ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ການວິເຄາະຕ່ອງໂສ້ມູນຄ່າດ້ານໂພຊະນາການ (NSVCA) ສຳລັບ ໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ (AHAN)

ການວິເຄາະຕ່ອງໂສ້ມູນຄ່າດ້ານໂພຊະນາການ (NSVCA) ສຳລັບ ໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ (AHAN)

NSVC ເປັນຕ່ອງໂສ້ມູນຄ່າອາຫານ ປະກອບມີທຸກພາກສ່ວນທີ່ກ່ຽວພັນໃນລະບົບຕ່ອງໂສ້ ມີໜ້າທີ່ທຳການຜະລິດ ແລະ ສ້າງມູນຄ່າຮ່ວມກັນເພື່ອການຜະລິດອາຫານບໍລິໂພກ. ຜ່ານການປຶກສາຫາລືກັບຫ້ອງການກະສິກຳ-ປ່າໄມ້ແຂວງ ແລະ ເມືອງ, ທີມງານວິຊາການຂອງໂຄງການ ແລະ ບັນດາຊຸມຊົນເປົ້າໝາຍ ແລະ ຜ່ານການຢັ້ງຢືນຈາກພວກກ່ຽວ, ບັນດາອາຫານທີ່ອຸດົມດ້ວຍໂພຊະນາການ ລວມມີ ໄກ່, ກົບ, ຈີ້ງຫຼີດ, ສາລີ, ໝາກກ້ວຍ, ໝາກອຶ ແລະ ຜັກອີ່ຮູມ ໄດ້ຖືກຄັດເລືອກເພື່ອວິເຄາະຕ້ອງໂສ້ມູນຄ່າເປັນລະອຽດ ໃນບັນດາເມືອງແລະ ແຂວງເປົ້າໝາຍຂອງໂຄງການ. ຜະລິດຕະພັນເຫຼົ່ານີ້, ໂດຍສະເພາະພືດບາງປະເພດ ມີທາດໂປຼຕີນ, ແຮ່ທາດ, ວິຕາມິນ ທີ່ຢູ່ໃນລະດັບສູງ ທັງຍັງຫາໄດ້ງ່າຍ ແລະ ເປັນທີ່ຮູ້ຈັກດີໃນທ້ອງຖິ່ນ ແລະ ມີທ່າແຮງສຳລັບມູນຄ່າເພີ່ມ....
Categories: ບົດຄົ້ນຄວ້າ ແລະ ບົດລາຍງານ
Sectors: ກະສິກຳ, ເສດຖະກິດ
11 ກຸມພາ 2020
11 downloads
1.06 MB
pdf