ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ບົດລາຍງານວິເຄາະທາງດ້ານບົດບາດຍິງຊາຍ

ບົດລາຍງານວິເຄາະທາງດ້ານບົດບາດຍິງຊາຍ

ບົດວິເຄາະທາງດ້ານບົດບາດຍິງຊາຍນີ້ມີຈຸດປະສົງໃນການພັດທະນາຄຳແນະນຳຕ່າງໆ ເພື່ອຜັນຂະຫຍາຍການດຳເນີນງານຕາມ SO4 ກ່ຽວກັບການພັດທະນາຄວາມສະເໝີພາບທາງດ້ານບົດບາດຍິງ-ຊາຍ ໃນຂັ້ນຄົວເຮືອນ ແລະ ກ່ຽວກັບຜົນໄດ້ຮັບທາງດ້ ານກັບສຸຂະພາບ ແລະ ຊີວິດການເປັນຢູ່ຕາມ SO1 ແລະ SO2 ທີ່ໄດ້ກຳນົດການແບ່ງງານຂອງພາກສ່ວນຄົວເຮືອນ, ບົດບາດ ແລະ ຄວາມຮັບຜິດຊອບ, ບັນທັດຖານ ແລະ ທັດສະນະຕ່າງໆ. ບົດລາຍງານສະບັບນີ້ ສະແດງໃຫ້ເຫັນການວິເຄາະສາຍພົວພັນ ລະຫວ່າງບົດບາດຍິງ-ຊາຍ/ການພົວພັນເຊິ່ງກັນແລະກັນ ແລະ ຜົນໄດ້ຮັບທາງໂພສະນາການຂອງແມ່ຍິງໃນໄວຈະເລີນພັນ ແລະ ເດັກທີ່ອາຍຸຕ່ຳກວ່າ 5 ປີ ໃນຂອບເຂດ 11 ບ້ານທີ່ຖືກຄັດເລືອກ ຂອງ 3 ແຂວງ ທີ່ໂຄງການຈະໄດ້ຮັບການຈັດຕັ້ງປະຕິບັດ. ສຳລັບວິທີການຄົ້ນຄວ້າແມ່ນກວມເອົາ ການຄົ້ນຄວ້າຂັ້ນໜຶ່ງ ແລະ ການຄົ້ນຄວ້າຂັ້ນສອງ, ການພົບປະໂອ້ລົມກັບກຸ່ມປະຊາກອນ (FGD) ທັງຍິງ ແລະ ຊາຍຈາກແຕ່ລະບ້ານທີ່ຄັດເລືອກ, ການສຳພາດນາຍບ້ານ ຫຼື ຄະນະປົກຄອງບ້ານຂອງແຕ່ລະ ບ້ານທີ່ຖືກຄັດເລືອກ ແລະ ການສຳຫຼວດທີ່ມີ ການລົງກັບກຳຂໍ້ມູນກັບກຸ່ມປະຊາກອນຍິງພາຍໃນບ້ານໂດຍນັກວິໄຈ. ການທົບທວນບັນດາເອກະສານໂຄງການ ແລະ ບັນດາບົດລາຍງານທາງດ້ານບົດບາດຍິງຊາຍຕ່າງໆທີ່ກ່ຽວຂ້ອງກໍຖືກນຳໃຊ້ເຂົ້າ ໃນຂະບວນການຄົ້ນຄວ້າເຊັ່ນດຽວກັນ....
Categories: ບົດຄົ້ນຄວ້າ ແລະ ບົດລາຍງານ
Sectors: ບົດບາດຍິງ-ຊາຍ, ສາທາລະນະສຸກ
​ເດືອນ​ມິ​ຖຸ​ນາ 17, 2021
30 downloads
4.63 MB
pdf