ການຝຶກອົບຮົມເຄື່ອງມືໂພຊະນາການໃຫ້ກັບສະມາຄົມບໍ່ຫວັງຜົນກຳໄລທີ່ເປັນສະມາຊິກຂອງ SUN CSA
ໃນວັນທີ 26/02/2018 ຈົນເຖິງວັນທີ 02/03/2018 ທີ່ນະຄອນຫຼວງວຽງຈັນ, ທາງອົງການແພລນ ສາກົນ ປະຈຳ ສປປ ລາວ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງດ້ານວຽກງານໂພຊະນາການ (CB4N) ທີ່ໄດ້ຮັບການສະໜັບສະໜູນງົບປະມານຈາກ EU ໄດ້ຈັດການຝຶກອົບຮົມເຄື່ອງມືໂພຊະນາການ ໃຫ້ແກ່ 19 ສະມາຄົມທີ່ບໍ່ຫວັງຜົນກຳໄລ ທີ່ເປັນສະມາຊິກຂອງ SUN CSA. ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ເນັ້ນໜັກໃສ່ການເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈພື້ນຖານກ່ຽວກັບຄວາມສຳຄັນຂອງວຽກງານໂພຊະນາການ ຜ່ານເຄື່ອງມື ແລະ ຫຼັກສູດຕ່າງໆເຊັ່ນ: ຄູ່ມືການເຊື່ອມໂຍງກະສິກຳ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ໂພຊະນາການ (LANN), ເຄື່ອງມືການປະຕິບັດຕົວຈິງດ້ານບົດບາດຍິງຊາຍ (GAL), ຄູ່ມືການອົບຮົມຄູຝຶກກ່ຽວກັບການສື່ສານເພື່ອປ່ຽນແປງພຶດຕິກຳດ້ານໂພຊະນາການໃນສັງຄົມ ເຊິ່ງເປັນແນວທາງໃນການອອກແບບປັບປຸງແຜນງານ ແລະ ກິດຈະກຳຂອງສະມາຄົມພວກເຂົາເຈົ້າໃນອະນາຄົດ.
ກອງປະຊຸມ ຄະນະກຳມາທິການແຫ່ງຊາດກ່ຽວກັບ ຍຸດທະສາດປະຕິຮູບສາທາລະນະສຸກ, 19 ທັນວາ 2017
ກອງປະຊຸມ ຄະນະກຳມາທິການແຫ່ງຊາດ ກ່ຽວກັບຍຸດທະສາດປະຕິຮູບສາທາລະນະສຸກ ໄດ້ຈັດຂື້ນໃນວັນທີ 19 ທັນວາ 2017 ທີ່ໂຮງແຮມ ຄຼາວພລາຊາ ພາຍໃຕ້ການເປັນປະທານຂອງທ່ານ ຮສ, ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງປະທານຄະນະກຳມາທິການກ່ຽວກັບຍຸດທະສາດ ປະຕິຮູບສາທາລະນະສຸກ ໂດຍມີບັນດາທ່ານຄະນະກໍາມາທິການແຫ່ງຊາດກ່ຽວກັບປະຕິຮູບສາທາລະນະສຸກ ຈາກບັນດາກະຊວງອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ດຳເນີນເພື່ອລາຍງານ ຜົນຂອງການຈັດຕັ້ງປະຕິບັດຍຸດທະສາດສາທາລະນະສຸກ ໄລຍະ I (2013 – 2015) ແລະ ຜ່ານແຜນຍຸດທະສາດສາທາລະນະສຸກ ໄລຍະທີ II (2016 – 2020) ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດຍຸດທະສາດສາທາລະນະສຸກ ໄລຍະທີ II ຕາມ 5 ຂົງເຂດບູລິມະສິດການປະຕິຮູບສາທາລະນະສຸກ ໃຫ້ໄດ້ຮັບຜົນດີ, ສາມາດບັນລຸໄດ້ບັນດາຄາດໝາຍຕ່າງໆທີ່ໄດ້ວາງໄວ້ ໂດຍສະເພາະການຫຼຸດຜ່ອນອັດຕາການຕາຍຂອແມ່, ຂອງເດັກລຸ່ມ 1 ປີ, ລຸ່ມ 5 ປີ, ຫຼຸດຜ່ອນພາວະເດັກລຸ່ມ 5 ປີ ທີ່ຂາດອາຫານ, ປັບປຸງ ແລະ […]