ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ການຝຶກອົບຮົມເຄື່ອງມືໂພຊະນາການໃຫ້ກັບສະມາຄົມບໍ່ຫວັງຜົນກຳໄລທີ່ເປັນສະມາຊິກຂອງ SUN CSA

ການຝຶກອົບຮົມເຄື່ອງມືໂພຊະນາການໃຫ້ກັບສະມາຄົມບໍ່ຫວັງຜົນກຳໄລທີ່ເປັນສະມາຊິກຂອງ SUN CSA

ໃນວັນທີ 26/02/2018 ຈົນເຖິງວັນທີ 02/03/2018 ທີ່ນະຄອນຫຼວງວຽງຈັນ, ທາງອົງການແພລນ ສາກົນ ປະຈຳ ສປປ ລາວ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງດ້ານວຽກງານໂພຊະນາການ (CB4N) ທີ່ໄດ້ຮັບການສະໜັບສະໜູນງົບປະມານຈາກ EU ໄດ້ຈັດການຝຶກອົບຮົມເຄື່ອງມືໂພຊະນາການ ໃຫ້ແກ່ 19 ສະມາຄົມທີ່ບໍ່ຫວັງຜົນກຳໄລ ທີ່ເປັນສະມາຊິກຂອງ SUN CSA. ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ເນັ້ນໜັກໃສ່ການເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈພື້ນຖານກ່ຽວກັບຄວາມສຳຄັນຂອງວຽກງານໂພຊະນາການ ຜ່ານເຄື່ອງມື ແລະ ຫຼັກສູດຕ່າງໆເຊັ່ນ: ຄູ່ມືການເຊື່ອມໂຍງກະສິກຳ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ  ໂພຊະນາການ (LANN), ເຄື່ອງມືການປະຕິບັດຕົວຈິງດ້ານບົດບາດຍິງຊາຍ (GAL), ຄູ່ມືການອົບຮົມຄູຝຶກກ່ຽວກັບການສື່ສານເພື່ອປ່ຽນແປງພຶດຕິກຳດ້ານໂພຊະນາການໃນສັງຄົມ ເຊິ່ງເປັນແນວທາງໃນການອອກແບບປັບປຸງແຜນງານ ແລະ ກິດຈະກຳຂອງສະມາຄົມພວກເຂົາເຈົ້າໃນອະນາຄົດ.