ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ

SUN CSA ໄດ້ເຂົ້າຮ່ວມການວາງສະແດງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ, ວັນແມ່ຍິງສາກົນຄົບຮອບ 110 ປີ ແລະ ລະນຶກວັນສາກົນເພື່ອຕ້ານການຄ້າມະນຸດປີ 2020, ໃນວັນທີ 16 ກໍລະກົດ 2020, ທີ່ສູນຝຶກອົບຮົມແມ່ຍິງລາວ, ນະຄອນຫລວງວຽງຈັນ. ຄລິກບ່ອນນີ້ ສຳລັບຂໍ້ມູນເພີ່ມເຕີມ.

ໂຄງການ SCALING ປະກາດຮັບສະໝັກພະນັກງານຝຶກງານ 4 ຕຳແໜ່ງ

ຂ່າວດີສຳລັບພະນັກງານຈາກ NPAs ທີ່ເປັນສະມາຊິກ SUN CSA ! ໂຄງການ SCALING ເປີດໂອກາດໃຫ້ແກ່ພະນັກງານຈາກ NPAs ເພື່ອມາເປັນພະນັກງານຝຶກງານໃນໂຄງການ SCALING ເປັນເວລາ 3 ເດືອນ. ພະນັກງານຈາກ NPAs ຈະໄດ້ຮຽນຮູ້ກ່ຽວກັບການເຮັດວຽກຊອງ SCALING ໃນຫຼາຍຂົງເຂດທີ່ແຕກຕ່າງກັນ ເຊັ່ນ: ບົດບາດຍິງຊາຍ, ສຸຂະພາບ, ການບໍລິຫານດ້ານໂພຊະນາການ, SBCC ແລະ WASH. ພະນັກງານຝຶກງານຈະໄດ້ປະຈຳຢູ່ແຊວງຫົວພັນ, ຫຼວງພະບາງ, ຫຼວງນໍ້າທາ ແລະ ຜົ້ງສາລີ. ການສະໝັກແມ່ນເປີດສຳລັບພະນັກງານຈາກ NPAs ທີ່ເປັນສະມາຊິກຂອງ SUN CSA. ໃບສະໝັກຈະຕ້ອງຍື່ນໄປຍັງ lao.jobs@careint.org ບໍ່ໃຫ້ກາຍວັນທີ 30 ມັງກອນ 2020.

Loading...