ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມແລກປ່ຽນບົດຮຽນ ວຽກງານໂພຊະນາການທີ່ບ້ານນາຫອຍ, ວັນທີ 28 ທັນວາ 2021

ຊົມເຊີຍບັນດາອົງກອນສະມາຊິກ SUN CSA  ແລະ 13 ພາກສ່ວນທີ່ເຂົ້າຮ່ວມ ເຊິ່ງນຳພາໂດຍສູນພັດທະນາຊົນນະບົດທີ່ໄດ້ມາເຕົ້າໂຮມກັນເພື່ອແລກປ່ຽນບົດຮຽນກ່ຽວກັບແນວທາງການຈັດຕັ້ງປະຕິບັດວຽກງານໂພຊະນາການ, ສຸຂານາໄມ ແລະ ການປ່ຽນແປງສະພາບດິນຟ້າອາກາດ ຮ່ວມກັນກັບພາກລັດເຊັ່ນ: ສູນໂພຊະນາການແຫ່ງຊາດ, ຫ້ອງການກະສິກຳເມືອງສັງທອງ ແລະ ສູນນໍ້າສະອາດ, ຕະຫຼອດເຖິງກຸ່ມແມ່ຍິງຢູ່ບ້ານນາຫອຍ, ເມືອງສັງທອງ ໃນກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການ ທີ່ຈັດຂຶ້ນໃນວັນທີ 28 ທັນວາ 2021, ທີ ສູນຮຽນຮູ້ບ້ານເຮົາບ້ານນາຫອຍ, ເມືອງສັງທອງ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ມີການລາຍງານໂດຍຫຍໍ້ກ່ຽວກັບສະພາບ ແລະ ການຕອບໂຕ້ດ້ານໂພຊະນາການໃນ ສປປ ລາວ ໂດຍສູນໂພຊະນາການແຫ່ງຊາດ, ວິໄສທັດ ແລະ ພາລະກິດຂອງບັນດາອົງການ ຈັດຕັ້ງພາກສັງຄົມລາວ ແລະ ອົງການຈັດຕັ້ງສາກົນຕໍ່ກັບວຽກງານໂພຊະນາການໃນ ສປປ ລາວ, ບົດຮຽນຈາກສູນນໍ້າສະອາດ ແລະ ອົງການພາກສັງຄົມລາວໃນການປະຕິບັດວຽກງານນໍ້າ ແລະ ສຸຂະອະນາໄມ ແລະ ສຸຂາພິບານ ແລະ ບົດຮຽນໃນການ ປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ.

ເວທີສົນທະນາອອນລາຍທ້າຍປີ 2021 SUN CSA

ເກືອບ 30 ທ່ານຈາກອົງກອນສະມາຊິກຂອງ SUN CSA ທີ່ເຂົ້າຮ່ວມເວທີສົນທະນາອອນໄລນ໌ສະຫຼຸບທ້າຍປີຂອງພວກເຮົາມື້ນີ້, ຂໍຂອບໃຈທຸກທ່ານ. ພວກເຮົາໄດ້ງານກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນ ແລະ ສຳຄັນຂອງພວກເຮົາ, ລວມທັງຜົນກະທົບ (ຜົນໄດ້ຮັບ ຫຼື ການປ່ຽນແປງ) ດ້ານໂພຊະນາການທີ່ເກີດຈາກເຄືອຂ່າຍ SUN CSA ລາວ ໃນໜຶ່ງປີທີ່ຜ່ານມາ. ພວກເຮົາໄດ້ຈັດຕັ້ງປະຕິບັດກິດຈະກຳເພື່ອປັງປຸງໂພຊະນາການຮ່ວມກັນໃນເຄືອຂ່າຍ SUN CSA ທັງໝົດ 57 ກິດຈະກຳ, ພວກເຮົາຮ່ວມກັນຈັດຕັ້ງປະຕິບັດໂຄງການໂພຊະນາການຈຳນວນ 90 ໂຄງການ ທີ່ມີມູນຄ່າລວມທັງໝົດປະມານ 96,000,000 ໂດລາສະຫະລັດ. ສະມາຊິກ SUN CSA ຂໍສະແດງຄວາມຂອບໃຈມາຍັງບັນດາຜູ້ໃຫ້ທຶນ ທີ່ໃຫ້ການສະໜັບສະໜູນແກ່ພວກເຮົາ ແລະ ສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມຮ່ວມມືຢ່າງໃກ້ຊິດແກ່ພວກເຮົາ.    

Loading...