ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 24 ພະຈິກ 2022

ຂໍຂອບໃຈຜູ້ເຂົ້າຮ່ວມຈາກອົງກອນສະມາຊິກ SUN CSA ເກືອບ 20 ທ່ານ ຈາກ 10 ກວ່າອົງກອນ ທີ່ໄດ້ຮ່ວມລາຍງານກ່ຽວກັບວຽກງານຂອງທ່ານໃນໄລຍະສາມເດືອນທີ່ຜ່ານມາ! ເຂົ້າຮ່ວມກອງປະຊຸມໜ່ວຍງານໂພຊະນາການຂອງ SUN CSA ໄດ້ຖືກຈັດຂຶ້ນແບບອອນໄລນ໌ ໃນວັນທີ 24 ພະຈິກ 2022. ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບໂຄງການໂພຊະນາການຂອງຕົນໃນໄລຍະສາມເດືອນທີ່ຜ່ານມາ ແລະ ແຈ້ງກ່ຽວກັບກິດຈະກຳໃນຕໍ່ໜ້າ. ພວກເຮົາຍັງໄດ້ໂອ້ລົມກ່ຽວກັບປະເດັນສຳຄັນອື່ນໆເຊັ່ນ: 1. SUN CSA ຈະດຳເນີນການສຳຫຼວດປະຈຳປີ 2022, ພວກເຮົາຂໍໃຫ້ສະມາຊິກສະໜອງຂໍ້ມູນກ່ຽວກັບໂຄງການໂພຊະນາການຂອງທ່ານ ແລະ ຂໍ້ມູນລາຍຊື່ຕິດຕໍ່ ໂດຍຕື່ມແບບຟອມທີ່ພວກເຮົາສົ່ງໃຫ້. 2. ສະມາຊິກ SUN CSA ລາວ ຈະດຳເນີນໂຄງການຄົ້ນຄົ້ວຮ່ວມກັນ ກ່ຽວກັບຜົນກະທົບຈາກອັດຕາເງີນເຟີ ແລະ ການບໍ່ຄໍ້າປະກັນດ້ານສະບຽງອາຫານໃນປະເທດລາວ (ສະໜັບສະໜູນງົບປະມານໂດຍ ອົງການແພລນສາກົນ), ສະມາຊິກ SUN CSA ສາມາດເຂົ້າຮ່ວມໃນໜ່ວຍງານການເຮັດຄົ້ນຄວ້ານີ້ໄດ້ ແລະ ສາມາດສະໜອງບົດລາຍງານ ແລະ ຂໍ້ມູນຕ່າງໆທີ່ທ່ານມີ ທີ່ອາດຈະສາມາດນໍາໃຊ້ເຂົ້າໃນການເຮັດການຄົ້ນຄວ້ານີ້ໄດ້. ຂອບໃຈທຸກທ່ານທີ່ມີການຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ, […]
ເວທີສົນທະນາອອນໄລນ໌ປະຈຳວັນສຸກ: ການປ່ຽນແປງຂອງດິນຟ້າອາກາດ ແລະ ວຽກງານໂພຊະນາການ-ບັນຫາທີ່ຕິດພັນກັບການພັດທະນາທີ່ເກີດຂຶ້ນໃໝ່ ຄັ້ງວັນທີ 4 ພະຈິກ 2022

ຂໍຂອບໃຈ Jerome Villanueva, ທີ່ປຶກສາອາວຸໂສວຽກງານການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບົດບາດຍິງ-ຊາຍ ແລະ ທີມງານ ຈາກອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ທີ່ໄດ້ແລກປ່ຽນບົດຮຽນກ່ຽວກັບຜົນກະທົບຂອງການປ່ຽນແປງດິນພ້າອາກາດຕໍ່ການຜະລິດກະສິກຳ! ມີພະນັກງານຈາກອົງກອນສະມາຊິກ SUN CSA ຫຼາຍກວ່າ 25 ທ່ານ ໄດ້ເຂົ້າຮ່ວມ ແລະ ຮຽນຮູ້ກ່ຽວກັບ ການເຊື່ອມໂຍງຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ໂພຊະນາການ ແລະ ຄວາມກ່ຽວຂ້ອງກັບບັນຫາການພັດທະນາມານຸດ. ຍິ່ງມີຄາບອນໃດອັອກໄຊດ໌ໃນດິນຫຼາຍເທົ່າໃດ, ກໍຍິ່ງເຮັດໃຫ້ຄວາມເຂັ້ມຂຸ້ນຂອງໂປຣຕີນ, ວິຕາມິນ ແລະ ແຮ່ທາດ ຫຼຸດລົງຫຼາຍເທົ່ານັ້ນ – ຊຶ່ງມັນສົ່ງຜົນກະທົບຕໍ່ກັບສຸຂະພາບຂອງຄົນເຮົາ. ຂອບໃຈທຸກທ່ານທີ່ເຂົ້າຮ່ວມການສົນທະນາ.