ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກ: ຜົນຂອງການປະເມີນກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍນ້ຳນົມແມ່ໃນປະເທດ ຂອງສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກ ຄັ້ງວັນຄັ້ງວັນທີ 4 ພະຈິກ 2022

ໃນວັນສຸກທີ 20 ມັງກອນ 2023 ທີ່ຜ່ານມາ, ມີພະນັກງານຈາກອົງກອນສະມາຊິກ SUN CSA ຈຳນວນ 24 ທ່ານໄດ້ເຂົ້ເວທີສົນທະນາອອນໄລນ໌ (Friday Hangout) 💬 ເພື່ອແລກປ່ຽນສົນທະນາ ພາຍໃຕ້ຫົວຂໍ້ “ຜົນຂອງການປະເມີນການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ (BMS) ຂອງສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກໃນປະເທດລາວ” ເຊິ່ງໄດ້ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ໄດ້ຮັບຄວາມຮູ້ໃໝ່ກ່ຽວກັບວຽກງານດັ່ງກ່າວ. 🙏ຂໍຂອບໃຈມາຍັງທ່ານ ນາງ ມາລີຄອນ ມໍລະກົດ ຜູ້ຮັບຜິດຊອບວຽກງານໂພຊະນາການ ຈາກອົງການ UNICEF ທີ່ໄດ້ສະຫຼະເວລາມາແບ່ງປັນຂໍ້ມູນຂ່າວສານດັ່ງກ່າວ ໃນເວທີສົນທະນາອອນໄລນ໌ຂອງພວກເຮົາໃນຄັ້ງນີ້. ພວກເຮົາມາເຮັດວຽກຮ່ວມກັນເພື່ອປັບປຸງໂພຊະນາການ.

ເວທີສົນທະນາອອນໄລນ໌ສະຫຼຸບທ້າຍປີຄັ້ງວັນທີ 16 ທັນວາ 2022

ຂໍຂອບໃຈມາຍັງຜູ້ເຂົ້າຮ່ວມທັງໝົດເກືອບ 30  ທ່ານ ຈາກບັນດາອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າຮ່ວມເວທີສົນທະນາອອນໄລນ໌ສະຫຼຸບທ້າຍປີຂອງພວກເຮົາໃນມື້ວັນສຸກທີ່ຜ່ານມາ. ພວກເຮົາໄດ້ກ່າວເຖິງຜົນສຳເລັດຂອງກິດຈະກຳທີ່ສຳຄັນຈາກຄວາມທຸ້ມເທຕໍ່ກັບວຽກງານຂອງພວກເຮົາ ໃນໄລຍະໜຶ່ງປີທີ່ຜ່ານມາ ປະກອບມີ: ກິດຈະກຳແລກປ່ຽນບົດຮຽນ, ກິດຈະກຳກ່ຽວກັບວຽກງານໂພຊະນາການ, ແລະ ວຽກງານປະສານງານທັງໝົດ 48 ກິດຈະກໍາ. ນອກນັ້ນ,SUN CSA ຍັງໄດ້ເຜີຍແຜ່ຂໍ້ມູນດ້ານໂພຊະນາການທັງໃນ ເຟສ໌ບຸກ ແລະ ເວັບໄຊທ໌ ເຮັດໃຫ້ມີຄົນເຂົ້າເຖິງຂໍ້ມູນຂອງພວກເຮົາຫຼາຍກວ່າ 620,000 ຄົນ. ພ້ອມສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງອົງກອນສະມາຊິກຂອງເຄືອຂ່າຍ SUN CSA ທີ່ໄດ້ປະກອບສ່ວນ, ແລກປ່ຽນຜົນສໍາເລັດຂອງໂຄງການຕ່າງໆຈາກອົງກອນຂອງຕົນຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ. ຜົນງານທີ່ພວກທ່ານໄດ້ແລກປ່ຽນໃນເວທີສົນທະນານີ້ ໄດ້ເປັນແຮງບັນດານໃຈໃຫ້ສະມາຊິກທ່ານອື່ນ ສາມາດເຮັດວຽກປັບປຸງໂພຊະນາການໃນ ສປປ ລາວ ຢ່າງຫ້າວຫັນ ແລະ ມີປະສິດທິພາບ.

Loading...