ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ເວທີສົນທະນາອອນໄລນ໌ປະຈຳວັນສຸກ: ການປ່ຽນແປງຂອງດິນຟ້າອາກາດ ແລະ ວຽກງານໂພຊະນາການ-ບັນຫາທີ່ຕິດພັນກັບການພັດທະນາທີ່ເກີດຂຶ້ນໃໝ່ ຄັ້ງວັນທີ 4 ພະຈິກ 2022

ເວທີສົນທະນາອອນໄລນ໌ປະຈຳວັນສຸກ: ການປ່ຽນແປງຂອງດິນຟ້າອາກາດ ແລະ ວຽກງານໂພຊະນາການ-ບັນຫາທີ່ຕິດພັນກັບການພັດທະນາທີ່ເກີດຂຶ້ນໃໝ່ ຄັ້ງວັນທີ 4 ພະຈິກ 2022

ຂໍຂອບໃຈ Jerome Villanueva, ທີ່ປຶກສາອາວຸໂສວຽກງານການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບົດບາດຍິງ-ຊາຍ ແລະ ທີມງານ ຈາກອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ທີ່ໄດ້ແລກປ່ຽນບົດຮຽນກ່ຽວກັບຜົນກະທົບຂອງການປ່ຽນແປງດິນພ້າອາກາດຕໍ່ການຜະລິດກະສິກຳ!

ມີພະນັກງານຈາກອົງກອນສະມາຊິກ SUN CSA ຫຼາຍກວ່າ 25 ທ່ານ ໄດ້ເຂົ້າຮ່ວມ ແລະ ຮຽນຮູ້ກ່ຽວກັບ ການເຊື່ອມໂຍງຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ໂພຊະນາການ ແລະ ຄວາມກ່ຽວຂ້ອງກັບບັນຫາການພັດທະນາມານຸດ. ຍິ່ງມີຄາບອນໃດອັອກໄຊດ໌ໃນດິນຫຼາຍເທົ່າໃດ, ກໍຍິ່ງເຮັດໃຫ້ຄວາມເຂັ້ມຂຸ້ນຂອງໂປຣຕີນ, ວິຕາມິນ ແລະ ແຮ່ທາດ ຫຼຸດລົງຫຼາຍເທົ່ານັ້ນ – ຊຶ່ງມັນສົ່ງຜົນກະທົບຕໍ່ກັບສຸຂະພາບຂອງຄົນເຮົາ.

ຂອບໃຈທຸກທ່ານທີ່ເຂົ້າຮ່ວມການສົນທະນາ.