ໃນວັນສຸກທີ 20 ມັງກອນ 2023 ທີ່ຜ່ານມາ, ມີພະນັກງານຈາກອົງກອນສະມາຊິກ SUN CSA ຈຳນວນ 24 ທ່ານໄດ້ເຂົ້ເວທີສົນທະນາອອນໄລນ໌ (Friday Hangout) 💬 ເພື່ອແລກປ່ຽນສົນທະນາ ພາຍໃຕ້ຫົວຂໍ້ “ຜົນຂອງການປະເມີນການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ (BMS) ຂອງສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກໃນປະເທດລາວ” ເຊິ່ງໄດ້ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ໄດ້ຮັບຄວາມຮູ້ໃໝ່ກ່ຽວກັບວຽກງານດັ່ງກ່າວ.
🙏ຂໍຂອບໃຈມາຍັງທ່ານ ນາງ ມາລີຄອນ ມໍລະກົດ ຜູ້ຮັບຜິດຊອບວຽກງານໂພຊະນາການ ຈາກອົງການ UNICEF ທີ່ໄດ້ສະຫຼະເວລາມາແບ່ງປັນຂໍ້ມູນຂ່າວສານດັ່ງກ່າວ ໃນເວທີສົນທະນາອອນໄລນ໌ຂອງພວກເຮົາໃນຄັ້ງນີ້. ພວກເຮົາມາເຮັດວຽກຮ່ວມກັນເພື່ອປັບປຸງໂພຊະນາການ.