ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ: ການນຳໃຊ້ລະບົບຂໍ້ມູນຂ່າວສານດ້ານສາທາລະນະສຸກຂັ້ນເມືອງ ສະບັບທີ 2 (DHIS2) ວັນທີ 29 ກັນຍາ 2023

ຂອບໃຈຜູ້ເຂົ້າຮ່ວມທັງໝົດ 29 ທ່ານ ຈາກອົງກອນສະມາຊິກ ແລະ ຜູ້ນຳພາ, ທ່ານ ນາງ ພອນສະຫວັນ ໂພທິຈັນ ຈາກ ອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ທີ່ໄດ້ສະຫຼະເວລາມາແບ່ງປັນບົດຮຽນ ແລະ ນຳພາການສົນທະນາໃນຫົວຂໍ້: ການນຳໃຊ້ລະບົບຂໍ້ມູນຂ່າວສານດ້ານສາທາລະນະສຸກຂັ້ນເມືອງ ສະບັບທີ 2 (DHIS2). ທ່ານ ນາງ ພອນສະຫວັນ ໄດ້ນຳພາ ສົນທະນາກ່ຽວກັບຄວາມໝາຍ, ຄວາມສຳຄັນ, ຜົນປະໂຫຍດ ແລະ ການນຳໃຊ້ລະບົບຂໍ້ມູນຂ່າວສານດັ່ງກ່າວໃນປະເທດລາວ, ລວມເຖິງການສາທິດວິທີການນຳໃຊ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈງ່າຍຂຶ້ນ. ລະບົບ DHIS2 ນີ້ຈະຊ່ວຍໃຫ້ຜູ້ທີ່ເຮັດວຽກກ່ຽວກັບວຽກງານສາທາລະນະສຸກ ສາມາດເຂົ້າເຖິງລະບົບທີ່ທັນສະໄໝ, ວ່ອງໄວ, ເຕັມໄປດ້ວຍຂໍ້ມູນທີ່ເປັນປະໂຫຍດ ແລະ ຈຳເປັນ ໃນຂົງເຂດສາທາລະນະສຸກ ເພື່ອເອື້ອອຳນວຍໃນການຈັ້ດຕັ້ງປະຕິບັດ ແລະ ດຳເນີນວຽກງານໃຫ້ມີປະສິດທິພາບຫຼາຍຂຶ້ນ. ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມ ສາມາດຮັບຟັງການສົນທະນາຍ້ອນຫຼັງໄດ້ທີ່ເວັບໄຊທ໌ຂອງພວກເຮົາ

ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ: ຜົນການປະເມີນເບື້ອງຕົ້ນຂອງໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ 5 ແຂວງ ຂອງ ສປປ ລາວ ຄັ້ງວັນທີ 1 ກັນຍາ 2023

ຂໍຂອບໃຈ JSI ສຳລັບການນຳສະເໜີກ່ຽວກັບຜົນການສຶກສາພາຍໃຕ້ໂຄງການໂພຊະນາການຂອງພວກທ່ານ, ອົງກອນສະມາຊິກ SUN CSA ໄດ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບສະຖານະພາບໃນປັດຈຸບັນ ກ່ຽວກັບສຸຂະພາບ, ພຶດຕິກຳ, ທັດສະນະຄະຕິ ແລະ ສີງທີ່ປະຕິບັດ ທີ່ກ່ຽວຂ້ອງກັບຕົວຊີ້ວັດທີ່ສໍາຄັນໃນວຽການສຸຂະພາບ ແລະ ໂພຊະນາການ ຂອງໄວຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມ  (RMNCAHN) ຢູ່ 5 ແຂວງ (ສະຫວັນນະເຂດ, ສາລະວັນ, ເຊກອງ, ອຸດົມໄຊ ແລະ ຜົ້ງສາລີ). ໄວໜຸ່ມຈຳນວນຫຼາຍບໍ່ຄ່ອຍເຂົ້າໃຈລະບົບການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ບໍ່ແນ່ໃຈວ່າຈະສາມາດຮັບຄຳປຶກສາໄດ້ຢູ່ໃສ, ມີເຖິງ 31% ຂອງເດັກທີ່ເກີດໃໝ່ໄດ້ຖືກປ້ອນອາຫານອື່ນໆນອກຈາກນໍ້ານົມແມ່ ໃນ 3 ວັນທຳອິດ, ມີຄວາມກັງວົນກ່ຽວກັບຄວາມຈໍາກັດໃນການສະໜອງຢາແບບບໍ່ເສຍຄ່າຢູ່ໂຮງໝໍນ້ອຍ ແລະ ໂຮງໝໍຊຸມຊົນ. ນີ້ເປັນພຽງຜົນການສຳຫຼວດບາງສ່ວນຈາກໂຄງການ ສ້າງຄວາມເຂັ້ມແຂງວຽກງານສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ໂດຍ JSI. ຂໍຂອບໃຈ ທ່ານ […]

Loading...