ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 24 ພຶດສະພາ 2024 ກ່ຽວກັບ ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III

ພະນັກງານ 55 ທ່ານ ຈາກອົງກອນສະມາຊິກ 13 ອົງກອນ ເຂົ້າຮ່ວມເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 24 ພຶດສະພາ 2024 ມີມື້ນີ້ເຕັມໄປດ້ວຍຂໍ້ມູນທີ່ເປັນປະໂຫຍດຫຼາຍ! ພວກເຮົາໄດ້ຮຽນຮູ້ຢ່າງເລິກເຊິ່ງກ່ຽວກັບ ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III ! ທ່ານ ວັດວິສາ ແກ້ວສາລີວົງ, ຫົວໜ້າໂຄງການ ສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ ໄດ້ມາແລກປ່ຽນບົດຮຽນຮ່ວມກັບສະມາຊິກ SUN CSA ໃນເວທີສົນທະນາອອນໄລນ໌ໃນຕອນເຊົ້າຂອງມື້ນີ້ ກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III, ເປົ້າໝາຍຂອງວຽກງານອາຫານທ່ຽງແມ່ນເພື່ອ ເພີີ່ມອັດຕາການເຂົົ້າຮຽນ, ປັບປຸງສະພາບໂພຊະນາການຂອງນັກຮຽນ, ສົົ່ງເສີມໃຫ້ມີການຜະລິດກະສິກໍາໃນໂຮງຮຽນ ລວມທັງສວນ ຄົວໂຮງຮຽນ ເຫຼົ່ານີ້ເປັນຕົ້ນ. ໂຄງການໄດ້ໃຫ້ຄວາມສຳຄັນກັບການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງຊຸມຊົນ ເພື່ອໃຫ້ໝາກຜົນຂອງໂຄງການມີຄວາມຍືນຍົງ. ຂໍຂອບໃຈ ທ່ານ ວັດວິສາ ແກ້ວສາລີວົງ ທີ່ສະຫຼະເວລາ ເພື່ອມາແບ່ງປັນຄວາມຮູ້ນີ້ໃຫ້ກັບບັນດາສະມາຊິກ […]

ເວທີສົນທະນາປະຈຳວັນສຸກຂອງ SUN CSA ຫົວຂໍ້: ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III.24 ພຶດສະພາ 2024

ເວທີສົນທະນາປະຈຳວັນສຸກຂອງ SUN CSA ຫົວຂໍ້: ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III. ວັນທີ: ວັນສຸກທີ 24 ພຶດສະພາ 2024, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ວັດວິສາ ແກ້ວສາລີວົງ, ຫົວໜ້າໂຄງການ ສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ ໃນໂຄງການຂອງທ່ານ ໄດ້ເຮັດວຽກຮ່ວມກັບການສະໜັບສະໜູນວຽກງານອາຫານທ່ຽງໃນໂຮງຮຽນບໍ່? ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ ໄດ້ຈັດຕັ້ງປະຕິບັດວຽກດັ່ງກ່າວນີ້ຢູ່ບາງແຂວງໃນປະເທດລາວ, ຊຶ່ງປັດຈຸບັນແມ່ນເປັນໄລຍະທີ 3 ແລ້ວ, ທາງໂຄງການສາມາດຖອດຖອນແນວທາງປະຕິບັດທີ່ດີ ແລະ ຂໍ້ສະເໜີແນະ ແລະ ຈະໄດ້ມາແບ່ງປັນ ແລະ ແລກປ່ຽນກັບບັນດາທ່ານ. ສະນັ້ນ, ຢ່າພາດເວທີສົນທະນາອອນໄລນ໌ໃນວັນສຸກນີ້, ມາຮຽນຮູ້ເພີ່ມເຕີມຈາກໂຄງການຂອງອົງການ CRS ແລະ ແບ່ງປັນບົດຮຽນຂອງໂຄງການທ່ານ. ເວທີສົນທະນາ […]

Loading...