ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ກ່ຽວກັບ ບົດຮຽນ ແລະ ຄູ່ມືຝຶກອົບຮົມຄວາມຮູ້ພື້ນຖານດ້ານໂພຊະນາການຂອງຫຼາຍຂະແໜງການ ໃນວັນທີ 14 ມິຖຸນາ 2024

ພະນັກງານ 36 ທ່ານ ຈາກອົງກອນສະມາຊິກ 16 ອົງກອນ ເຂົ້າຮ່ວມເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 14 ມິຖຸນາ 2024 ມີມື້ນີ້ເຕັມໄປດ້ວຍຂໍ້ມູນທີ່ເປັນປະໂຫຍດຫຼາຍ! ພວກເຮົາໄດ້ຮຽນຮູ້ຢ່າງເລິກເຊິ່ງກ່ຽວກັບ ບົດຮຽນ ແລະ ຄູ່ມືຝຶກອົບຮົມຄວາມຮູ້ພື້ນຖານດ້ານໂພຊະນາການຂອງຫຼາຍຂະແໜງການ!

ເປີດໂຕປຶ້ມຄູ່ມືການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ ຢ່າງເປັນທາງການ ແລະ ໄດ້ຈັດຝຶກອົບຮົມໃຫ້ກັບພະນັກງານທາງພາກລັດຖະບານຈາກກະຊວງຕ່າງໆ, ມະຫາວິທະຍາໄລ ແລະ ລວມເຖິງຄູ່ຮ່ວມພັດທະນາຈາກຫຼາຍອົງການ.

ໃນວັນທີ 10-11 ມິຖຸນາ ປີ 2024, ອົງການ SNV in Lao PDR, ໂດຍຮ່ວມມືກັບ ສູນໂພຊະນາການແຫ່ງຊາດ, ໄດ້ເປີດໂຕປຶ້ມຄູ່ມືການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ ຢ່າງເປັນທາງການ ແລະ ໄດ້ຈັດຝຶກອົບຮົມໃຫ້ກັບພະນັກງານທາງພາກລັດຖະບານຈາກກະຊວງຕ່າງໆ, ມະຫາວິທະຍາໄລ ແລະ ລວມເຖິງຄູ່ຮ່ວມພັດທະນາຈາກຫຼາຍອົງການ. ຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອເຜີຍແຜ່ປຶ້ມຄູ່ມື ແລະ ປຶ້ມບົດຮຽນ, ເພື່ອແລກປ່ຽນຄວາມຮູ້ພື້ນຖານດ້ານໂພຊະນາການ ສຳລັບຫຼາຍຂະແໜງການ ແລະ ເພື່ອໃຫ້ມີຄວາມເຂົ້າເປັນເອກະພາບກັນໃນຂອດການຈັດຕັ້ງປະຕິບັດວຽກງານໂພຊະນາການໃນຂອບເຂດທົ່ວປະເທດ.

Loading...