ການສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ 2024

ການສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ 2024 “ການປິດຊ່ອງຫວ່າງ: ສະໜັບສະໜູນການລ້ຽງລູກດ້ວຍນ້ຳນົມແມ່ເພື່ອທຸກຄົນ” ວັນທີ: 6 ສິງຫາ 2024 ເວລາ: 8:00 – 12:00 ໂມງ ສະຖານທີ່: ຄະນະເຕັກນິກການແພດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ບ້ານດົງໂພສີ) ຂໍເຊີນສະມາຊິກ SUN CSA ເຂົ້າຮ່ວມງານສະເຫຼີມສະຫຼອງອາທິດສາກົນລ້ຽງລູກດ້ວຍນົມແມ່, ຊຶ່ງເປັນການສະເຫຼີມສະຫຼອງຮ່ວມກັນໂດຍລັດຖະບານ, ຜູ້ໃຫ້ທຶນ, ອົງກອນສະມາຊິກ SUN CSA, ຜູ້ເຂົ້າຮ່ວມຈາກມະຫາວິທະຍາໄລ ແລະ ຈາກອົງການສະຫະປະຊາຊາດ. ມາຮ່ວມສະເຫຼີມສະຫຼອງຜົນສໍາເລັດຂອງພວກເຮົາໃນການປັບປຸງການລ້ຽງລູກດ້ວຍນໍ້ານົມແມ່. SUN CSA ຈະມອບລາງວັນການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ໃນສະຖານທີ່ເຮັດວຽກ- ດັ່ງນັ້ນ ທຸກອົງກອນທີ່ຕອບການສຳຫຼວດກ່ຽວກັບລາງວັນຄວນເຂົ້າຮ່ວມ ແລະ ສະເຫຼີມສະຫຼອງຜົນງານຂອງຕົນ.
SUN CSA ຈະນຳສະເໜີການຄົ້ນຄວ້າຂອງຕົນ ຢູ່ໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງຄັ້ງທີ 14

SUN CSA ຈະນຳສະເໜີການຄົ້ນຄວ້າຂອງຕົນ ຢູ່ໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງຄັ້ງທີ 14