ວັນແລກປ່ຽນການຄົ້ນຄວ້າກ່ຽວກັບວຽກງານສຸຂະພາບ ແລະ ໂພຊະນາການ + ກອງປະຊຸມວຽກງານສະໜັບສະໜູນ

ວັນແລກປ່ຽນການຄົ້ນຄວ້າກ່ຽວກັບວຽກງານສຸຂະພາບ ແລະ ໂພຊະນາການ + ກອງປະຊຸມວຽກງານສະໜັບສະໜູນ ວັນທີ: ວັນພຸດ ທີ່ 28 ສິງຫາ 2024 ເວລາ: 8:00 – 15:00 ສະຖາທີ: ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌ ກອງປະຊຸມໃນພາກເຊົ້າຈະເປັນພາກຂອງການແລກປ່ຽນຄົ້ນຄວ້າ ແລະ ພາກບາຍຈະເປັນວຽກງານສະໜັບສະໜູນໂພຊະນາການຂອງ SUN CSA. ກອງປະຊຸມການແລກປ່ຽນຄົ້ນຄວ້າວຽກງານສຸຂະພາບ ແລະ ໂພຊະນາການຂອງ SUN CSA ຈະເປັນການຄົ້ນຄວ້າວິໄຈດ້ານສຸຂະພາບ ແລະ ໂພຊະນາການທີ່ມີຢູ່, ພ້ອມທັງປຶກສາຫາລືກ່ຽວກັບຄວາມຕ້ອງການຂອງໂຄງການຂອງທ່ານທີ່ກ່ຽວຂ້ອງກັບການຄົ້ນຄວ້າໂພຊະນາການ. ພວກເຮົາຈະທົບທວນວາລະການຄົ້ນຄວ້າໂພຊະນາການແຫ່ງຊາດ ແລະ ເຊື່ອມໂຍງ CSO ແລະ INGO ເຂົ້າກັບນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າລະດັບຊາດ. ກອງປະຊຸມວຽກງານສະໜັບສະໜູນຂອງ SUN CSA ຈະທົບທວນຄວາມພະຍາຍາມໃນການສະໜັບສະໜູນໃນປະຈຸບັນ ແລະ ພັດທະນາການປະຕິບັດສໍາຫຼັບ 6 – 12 ເດືອນຕໍ່ໜ້າ. ໃນນີ້ລວມທັງບັນດາຫົວຂໍ້ຕໍ່ໄປນີ້: ການຄໍ້າປະກັນດ້ານສະບຽງອາຫານ ການປ່ຽນແປງສະພາບດິນຟ້າອາກາດ […]
ກອງປະຊຸມ ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນ ສປປ ລາວ: ຄວາມເຊື່ອມໂຍງ ແລະ ມາດຕະການ

SUN CSA ລາວ ຈະຈັດກອງປະຊຸມໃນຫົວຂໍ້: “ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນ ສປປ ລາວ: ຄວາມເຊື່ອມໂຍງ ແລະ ມາດຕະການ”. ຂໍເຊີນຊວນບັນດາຜູ້ມີສ່ວນຮ່ວມໃນການພັດທະນາທຸກພາກສ່ວນ ທີ່ເຮັດວຽກກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການໃນ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ຖ້າທ່ານມີຄວາສົນໃຈເຂົ້າຮ່ວມ ກະລຸນາຕອບຮັບ ກັບກອງເລຂາບໍ່ໃຫ້ກາຍວັນທີ 10 ສິງຫາ 2024. ທ່ານສາມາດລົງທະບຽນຜ່ານທາງອອນໄລນ໌ຜ່ານລິ້ງນີ້. ທ່ານສາມາດເຂົ້າຮ່ວມກອງປະຊຸມໄດ້ທັງແບບເຊິ່ງໜ້າ ແລະ ອອນໄລນ໌. ຖ້າທ່ານສົນໃຈທີ່ຈະນຳສະເໜີຜົນການຄົ້ນຄວ້າ ຫຼື ມາດຕະການຕ່າງໆ, ກະລຸນາຕື່ມໃນແບບຟອມລົງທະບຽນ ຫຼື ຕິດຕໍ່ກອງເລຂາ SUN CSA. ວັນທີ: ວັນຈັນທີ 19 ສິງຫາ 2024 ສະຖານທີ່ປະຊຸມ: ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌. ກ່ຽວກັບກອງປະຊຸມໂດຍສັງເຂບ: ກອງປະຊຸມນີ້ຈະຍົກໃຫ້ເຫັນເຖິງຄວາມເຊື່ອມໂຍງລະຫວ່າງການປ່ຽນແປງສະພາບດິນຟ້າອາກາດ ແລະ ຜົນຕໍ່ກັບໂພຊະນາການໃນລາວ. ໂດຍການນໍາໃຊ້ຜົນການຄົ້ນຄວ້າທີ່ມີຢູ່ ແລະ ບົດຮຽນຈາກພາກປະຕິບັດ, […]