ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ກິດຈະກຳ
  • >
  • ກອງປະຊຸມ ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນ ສປປ ລາວ: ຄວາມເຊື່ອມໂຍງ ແລະ ມາດຕະການ

ກອງປະຊຸມ ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນ ສປປ ລາວ: ຄວາມເຊື່ອມໂຍງ ແລະ ມາດຕະການ

SUN CSA ລາວ ຈະຈັດກອງປະຊຸມໃນຫົວຂໍ້: “ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນ ສປປ ລາວ: ຄວາມເຊື່ອມໂຍງ ແລະ ມາດຕະການ”. ຂໍເຊີນຊວນບັນດາຜູ້ມີສ່ວນຮ່ວມໃນການພັດທະນາທຸກພາກສ່ວນ ທີ່ເຮັດວຽກກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການໃນ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.

ຖ້າທ່ານມີຄວາສົນໃຈເຂົ້າຮ່ວມ ກະລຸນາຕອບຮັບ ກັບກອງເລຂາບໍ່ໃຫ້ກາຍວັນທີ 10 ສິງຫາ 2024. ທ່ານສາມາດລົງທະບຽນຜ່ານທາງອອນໄລນ໌ຜ່ານລິ້ງນີ້. ທ່ານສາມາດເຂົ້າຮ່ວມກອງປະຊຸມໄດ້ທັງແບບເຊິ່ງໜ້າ ແລະ ອອນໄລນ໌.

ຖ້າທ່ານສົນໃຈທີ່ຈະນຳສະເໜີຜົນການຄົ້ນຄວ້າ ຫຼື ມາດຕະການຕ່າງໆ, ກະລຸນາຕື່ມໃນແບບຟອມລົງທະບຽນ ຫຼື ຕິດຕໍ່ກອງເລຂາ SUN CSA.

ວັນທີ: ວັນຈັນທີ 19 ສິງຫາ 2024

ສະຖານທີ່ປະຊຸມ: ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌.

ກ່ຽວກັບກອງປະຊຸມໂດຍສັງເຂບ:

ກອງປະຊຸມນີ້ຈະຍົກໃຫ້ເຫັນເຖິງຄວາມເຊື່ອມໂຍງລະຫວ່າງການປ່ຽນແປງສະພາບດິນຟ້າອາກາດ ແລະ ຜົນຕໍ່ກັບໂພຊະນາການໃນລາວ. ໂດຍການນໍາໃຊ້ຜົນການຄົ້ນຄວ້າທີ່ມີຢູ່ ແລະ ບົດຮຽນຈາກພາກປະຕິບັດ, ກອງປະຊຸມຈະຊ່ວຍໃຫ້ພວກເຮົາເຂົ້າໃຈຫຼາຍຂຶ້ນວ່າ ການປ່ຽນແປງສະພາບດິນຟ້າອາກາດສົ່ງຜົນກະທົບຕໍ່ໂພຊະນາການໃນ ສປປ ລາວ ຄືແນວໃດ ແລະ ມາດຕະການເພື່ອການພັດທະນາທີ່ມີການກຳນົດເປົ້າໝາຍເພື່ອຫຼຸດຜ່ອນຄວາມທ້າທາຍໃນລະດັບຕ່າງໆຢ່າງມີປະສິດທິພາບ ສົ່ງຜົນດີຕໍ່ຄອບຄົວ, ຊຸມຊົນ ແລະ ສິ່ງແວດລ້ອມໃນລາວ ຄືແນວໃດ. ກອງປະຊຸມຄັ້ງນີ້ແມ່ນຈັດໂດຍ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA) ລາວ, ໂດຍການສະໜັບສະໜູນຈາກ ອົງການບັນເທົາທຸກກາໂຕລິກ (CRS) ແລະ ໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າໂພຊະນາການ (ANRCB) ທີ່ໄດ້ຮັບທຶນສະໜັບສະໜູນຈາກ USAID).

ຈຸດປະສົງຂອງກອງປະຊຸມ:

  1. ເພີ່ມຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ ກ່ຽວກັບຄວາມເຊື່ອມໂຍງລະຫວ່າງ ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ.
  2. ຍົກໃຫ້ເຫັນເຖິງການຄົ້ນຄວ້າ ແລະ ຫຼັກຖານທີ່ມີຢູ່ ສຳລັບຜູ້ຈັດຕັ້ງປະຕິບັດ.  
  3. ປຶກສາຫາລືກ່ຽວກັບມາດຕະການ ແລະ ນະວັດຕະກຳທີ່ສາມາດປັບຂະໜາດ ແລະ ສາມາດເອົາມານຳໃຊ້ໄດ້ ເພື່ອໃຫ້ເກີດຜົນທາງໂພຊະນາການທີ່ດີຂຶ້ນ.
  4. ເສີມສ້າງຄວາມຮ່ວມມືລະຫວ່າງເຄືອຂ່າຍ, ກຸ່ມເຮັດວຽກ ແລະ ຂະແໜງການ ທີ່ເຮັດວຽກກ່ຽວກັບການກຽມຄວາມພ້ອມໃນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ.

Loading...