ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ແນະນໍາສະມາຊິກໃຫມ່ທັງຫົກທ່ານຂອງຄະນະບໍລິຫານງານ SUN CSA

ແນະນໍາສະມາຊິກໃຫມ່ທັງຫົກທ່ານຂອງຄະນະບໍລິຫານງານ SUN CSA

ພວກເຮົາມີຄວາມຍິນດີທີ່ຈະປະກາດກ່ຽວກັບສະມາຊິກຄະນະກໍາມະການຄຸ້ມຄອງSUN CSA (MC) ທັງໝົດ ຫົກທ່ານ. ການຄັດເລືອກຂແງແຕ່ລະທ່ານດັ່ງຕໍ່ໄປນີ້ໄດ້ຮັບການຢັ້ງຢືນຈາກສະມາຊິກທີ່ມີຢູ່ແລ້ວຂອງ SUN CSA MC:

ສະມາຊິກໃໝ່ທີ່ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະບໍລິຫານງານ SUN CSA:

ຜູ້ແທນອົງການຈັດຕັ້ງສັງຄົມລາວ:

1.      ທ່ານ ຄຳຜຸຍ ໄຊຍະລາດ, ອຳນວຍການສະມາຄົມ PAKA

2.      ທ່ານ ອຸ່ອີ ກິດຕິຄຸນ, ຄະນະບໍລິຫານ ສະມາຄົມ SAEDA

3.      ນາງ ພຸດທະກອນ ນໍພັນສີ, ຜູ້ອຳນວຍການຝ່າຍແຜນງານຂອງສະມາຄົມ CHIAs

ຜູ້ແທນອົງການສາກົນ:

1.      ນາງ ສົມພອນ ອຸທໍາມະວົງ, ທີ່ປຶກສາດ້ານການພັດທະນາຄວາມສາມາດ ຈາກອົງການ Cord ລາວ

2.      ທ່ານ ກຸເບີ ອະທິກາຣິ, ທີ່ປຶກສາດ້ານລະບົບສຸຂະພາບ ຈາກອົງການຊ່ວຍເຫຼືອເດັກປະຈຳລາວ

3.      ທ່ານ ບຸນຍັງ ລັດຊະໝີ, ຜູ້ຈັດການໂຄງການອາວຸໂສ ແຜນງານສາທາລະນະສຸກ ແລະ ໂພຊະນາການ ຈາກອົງການແພລນສາກົນ ປະຈຳລາວ

ສະມາຊິກທີ່ຢູ່ໃນຄະນະບໍລິຫານງານ SUN CSA ທີ່ດໍາລົງຕຳແໜ່ງຢູ່:

1.      ນາງ ເຄ່ລີ້ ຄຳພຸໄຊ, ຜູ້ຈັດການແຜນງານ ຈາກ CRS ລາວ,  ປະທານຮ່ວມ SUN CSA MC

2.      ນາງ ສຸດິສຸກ ອິນທະວິໄລ ຜູ້ອຳນວຍການ PFHA, ປະທານຮ່ວມ SUN CSA MC

3.      ທ່ານ ທອງຈັນ ບຸບຜາວົງ, ຜູ້ປະສານງານແຜນງານ ຈາກສະມາຄົມ ARMI, ສະມາຊິກ SUN CSA MC

4.      ນາງ ດວງສະໝັຍ ອັກຂະສິດ ນັກວິຊາການດ້ານສຸຂະພາບແລະໂພຊະນາການ World Vision ລາວ ສະມາຊິກ SUN CSA MC

ດ້ວຍການຢືນຢັນນີ້, ຄະນະບໍລິຫານງານ SUN CSA ຖືວ່າຄົບອົງຄະນະແລ້ວ ແລະ ກໍປະກອບດ້ວຍຜູ້ແທນທີ່ສົມດຸນກັນທັງຈາກທັງອົງການຈັດຕັ້ງສັງຄົມລາວ ແລະ ອົງການສາກົນ ເພື່ອນຳພາທິດທາງຍຸດທະສາດຮ່ວມກັນຂອງເຄືອຂ່າຍພວກເຮົາ.

Loading...