ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA

ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA

ໃນວັນທີ 19 ກຸມພາ 2025, ຜູ້ເຂົ້າຮ່ວມ 23 ທ່ານຈາກ 18 ອົງກອນ ສະມາຊິກ ໄດ້ເຂົ້າຮ່ວມ ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA ເພື່ອແບ່ງປັນກ່ຽວກັບວຽກງານໂຄງການດ້ານໂພຊະນາການທີ່ກຳລັງດຳເນີນຢູ່, ຄວາມຄືບໜ້າ, ສິ່ງທ້າທາຍ ແລະ ແຜນການໃນອະນາຄົດ.

ກອງປະຊຸມຍັງໄດ້ສົນທະນາກ່ຽວກັບການຕິດຕາມການລະເມີດ BMS Code ໂດຍໃຊ້ AI, ການສະເໜີຊື່ເຂົ້າເພື່ອເປັນຄະນະ ຜູ້ບໍລິຫານງານ SUN CSA, ແລະ ໂອກາດທີ່ຈະມາເຖິງເຊັ່ນ: ການສະໜັບສະໜູນທຶນ, ກອງປະຊຸມໂພຊະນາການແຫ່ງຊາດໃນວັນທີ 18 ມີນາ, ແລະ ແພລັດຟອມດີຈິຕອລ໌ ເພື່ອຕິດຕາມການລະເມີດ Lao Code. ນອກຈາກນີ້, ສະມາຊິກຍັງໄດ້ຮັບການຊຸກຍູ້ໃຫ້ປະກອບສ່ວນກ່ຽວການເກັບກຳເອກະສານດ້ານໂພຊະນາການເພື່ອຮັບປະກັນການເຂົ້າເຖິງໄດ້ຜ່ານເວັບໄຊທ໌ SUN CSA.

ກອງປະຊຸມຄັ້ງນີ້ໄດ້ສ້າງເວທີທີ່ມີຄ່າສຳລັບການຮ່ວມມື, ການຮຽນຮູ້ ແລະ ການເສີມສ້າງຜົນກະທົບຮ່ວມກັນດ້ານໂພຊະນາການໃນລາວ. ຂອບໃຈທຸກທ່ານສຳລັບຄວາມອຸທິດຕົນ ແລະ ການປະກອບສ່ວນ!

SUN CSA Nutrition Working Group Meeting

Loading...