ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • SUN CSA ຂໍສະແດງຄວາມຊົມເຊີຍມາຍັງ 34 ສະຖານທີ່ເຮັດວຽກໃນລາວ ທີ່ໄດ້ຮັບລາງວັນ SUN ລາວ “ອົງກອນທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ

SUN CSA ຂໍສະແດງຄວາມຊົມເຊີຍມາຍັງ 34 ສະຖານທີ່ເຮັດວຽກໃນລາວ ທີ່ໄດ້ຮັບລາງວັນ SUN ລາວ “ອົງກອນທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ

ບ່ອນເຮັດວຽກທີ່ມີຄວາມກ້າວໜ້າໃນລາວໄດ້ຮັບລາງວັນການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ໃນລະດັບຊາດ
SUN CSA ຂໍສະແດງຄວາມຊົມເຊີຍມາຍັງ 34 ສະຖານທີ່ເຮັດວຽກໃນລາວ ທີ່ໄດ້ຮັບລາງວັນ SUN ລາວ “ອົງກອນທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ” ຊຶ່ງບ່ອນເຮັດວຽກເຫຼົ່ານັ້ນໄດ້ທຸ່ມເທໃນການສະໜັບສະໜູນໃຫ້ພະນັກງານຂອງຕົນລ້ຽງລູກດ້ວຍນໍ້ານົມແມ່.
ໃຫ້ກຽດມອບລາງວັນດັ່ງກ່າວໂດຍ ທ່ານ ດຣ.ນາງ ສຸທິສຸກ ອິນທະວິໄລ, ປະທານຄະນະບໍລິຫານງານ SUN CSA ແລະ ຮອງຜູ້ອໍານວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA) ໂດຍຮ່ວມກັບຄະນະປະທານຮ່ວມໃນງານສະເຫຼີມສະຫຼອງອາອິດສາກົນການລ້ຽງລູກດ້ວຍນົມແມ່ຂອງລາວ ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໃນວັນອັງຄານທີ 6 ສິງຫາ.

ໃນການໃຫ້ຄະແນນແກ່ສະຖານທີ່ເຮັດວຽກແມ່ນນຳໃຊ້ 10 ຂໍ້ທີ່ເປັນແນວທາງການປະຕິບັດທີ່ດີທີ່ສຸດສໍາລັບການລ້ຽງລູກດ້ວຍນົມແມ່ຢູ່ບ່ອນເຮັດວຽກໃນລາວ, ມີຄະແນນພິເສດສໍາລັບບ່ອນເຮັດວຽກທີ່ມີການຈັດສັນສະຖານທີ່ສຳລັບການລ້ຽງລູກດ້ວຍນໍ້ານົມແມ່. ໃນປີນີ້ ມີສະຖານທີ່ເຮັດວຽກ 3 ບ່ອນ ທີ່ໄດ້ຮັບລາງວັນລະດັບຫຼຽນທອງແດງ, 8 ສະຖານທີ່ເຮັດທີ່ໄດ້ຮັບລາງວັນລາງວັນລະດັບຫຼຽນເງິນ, 9 ສະຖານທີ່ເຮັດວຽກທີ່ໄດ້ຮັບລາງວັນລະດັບຫຼຽນຄໍາ ແລະ 14 ສະຖານທີ່ເຮັດວຽກທີ່ໄດ້ຮັບລາງວັນລາງວັນລະດັບ Platinum. ຈຳນວນອົງກອນທີ່ເຂົ້າຮ່ວມແມ່ນເພີ່ມຂຶ້ນຫຼາຍກວ່າສອງເທົ່ານັບຕັ້ງແຕ່ການສ້າງຕັ້ງລາງວັນຂຶ້ນມາຄັ້ງທໍາອິດໃນເດືອນມີນາ 2023 ແລະ ຈຳນວນແມ່ທີ່ເຮັດວຽກທີ່ລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກເພີ່ມຂຶ້ນ 32%.

ທ່ານ ດຣ. ນາງ ສຸດທິສຸກ ໄດ້ຍົກໃຫ້ເຫັນວ່າ: “ລາງວັນນີ້ແມ່ນເປັນການລິເລີ່ມຂອງບັນດາອົງການຈັດຕັ້ງສັງຄົມຂອງພວກເຮົາພາຍໃຕ້ເຄືອຂ່າຍ SUN CSA ໃນປີ 2023 ແລະ ຕອນນີ້ແມ່ນເປີດໃຫ້ບ່ອນເຮັດວຽກທັງໝົດຢູ່ໃນ ສປປ ລາວ ເຂົ້າຮ່ວມນຳໄດ້. ລາງວັນດັ່ງກ່າວແມ່ນເພື່ອເປັນການຍ້ອງຍໍບາດກ້າວອັນສຳຄັນ ຂອງບ່ອນເຮັດວຽກທີ່ກ້າວໜ້າເຫຼົ້່ານັ້ນ ເພື່ອຮັບປະກັນວ່າການສະໜັບໜັບສະໜູນການລ້ຽງລູກດ້ວຍນໍ້ານົມ ແມ່ມີໄວ້ສຳລັບພໍ່ແມ່ທີ່ເຮັດວຽກທຸກຄົນ. ອົງກອນເຫຼົ່ານີ້ກໍາລັງສ້າງຜົນກະທົບອັນເລິກເຊິ່ງຕໍ່ສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງບັນດາຄອບຄົວໃນທົ່ວປະເທດ ໂດຍການສົ່ງເສີມສະພາບແວດລ້ອມທີ່ຄອບຄຸມ ແລະ ຈັດຫາຊັບພະຍາກອນທີ່ຈຳເປັນສຳລັບການລ້ຽງລູກດ້ວຍນໍ້ານົມແມ່.

Loading...