ເວທີສົນທະນາປະຈຳວັນສຸກຂອງ SUN CSA: “ສື່ສິ່ງພິມໃໝ່ ກ່ຽວກັບກົດໝາຍຄຸ້ມຄອງນົມຝຸ່ນສຳລັບເດັກ ເພື່ອໃຊ້ໃນຮ້ານຄ້າ ແລະ ຊຸມຊົນ”.
ວັນທີ: ວັນສຸກ ທີ 16 ກຸມພາ 2024, ເວລາ 9-10 ໂມງ
ຜູ້ນຳສະເໜີ: ທ່ານ ນາງ ເພັດສະຫວັນ ຈັນທະວົງ, ຫົວໜ້າແຜນງານດ້ານສຸຂະພາບ, ອົງການ CARE.
ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM, ດຳເນີນເປັນພາສາລາວ
ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.
ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.
ຖ້າທ່ານສົນໃຈເຂົ້າຮ່ວມສາມາດຕິດຕໍ່ຫາ info@suncsalaos.org