ຂໍຂອບໃຈຜູ້ນໍາພາສົນທະນາ ແລະ ຜູ້ເຂົ້າຮ່ວມທັງໝົດ 42 ທ່ານ ຈາກ 21 ອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າມາຮຽນຮູ້ ແລະ ແລກປ່ຽນ ໃນຫົວຂໍ້: “ເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານໂພຊະນາການ ໂດຍນໍາໃຊ້ເຄື່ອງມື GALS” ຜ່ານເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 19 ມັງກອນ 2024).
ທ່ານ ນາງ ວັນສີ ແສນຍາວົງ, ອຳນວຍການສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP) ໄດ້ແລກປ່ຽນບົດຮຽນກ່ຽວກັບວິທີການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນການຈັດຕັ້ງປະຕິບັດວຽກງານໂພຊະນາການພາຍໃຕ້ຫຼາຍໂຄງການຂອງສະມາຄົມຢ່າງມີປະສິດທິພາບ ໂດຍການນໍາໃຊ້ເຄື່ອງມື GALS. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບເປົ້າໝາຍ ແລະ ຜົນໄດ້ຮັບທີ່ສຳຄັນ ຂອງການນຳໃຊ້ເຄື່ອງມື GALS. ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈໃນການຮຽນຮູ້ກ່ຽວກັບຫົວຂໍ້ນີ້ຫຼາຍ. ທ່ານສາມາດຮຽນຮູ້ຈາກວີດີໂອບັນທຶກຍ້ອນຫຼັງ ແລະ ບົດນຳສະເໜີໄດ້ທີນີ້.