ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 15 ພະຈິກ 2023

ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 15 ພະຈິກ 2023

ອົງກອນສະມາຊິກ SUN CSA ສືບຕໍ່ສະໜັບສະໜູນວຽກງານໂພຊະນາການ ຜ່ານກອງປະຊຸມໜ່ວຍງານໂພຊະນາການ SUN CSA ແລະ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການທີ່ພົ້ນເດັ່ນຂອງຕົນ.

ໃນວັນທີ 15 ພະຈິກ 2023 ມີພະນັກງານ 18 ທ່ານ ຈາກອົງກອນສະມາຊິກ 14 ອົງກອນ ຮ່ວມແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳ, ສົນທະນາກ່ຽວກັບວຽກງານໃນໄລຍະສາມເດືອນທີ່ຜ່ານມາ (ນັບແຕ່ເດືອນສິງຫາເປັນຕົ້ນມາ) ແລະ ກຳນົດແຜນວຽກທີ່ກ່ຽວຂ້ອງກັບໂພຊະນາການໃນຕໍ່ໜ້າ.  ກອງເລຂາ ໄດ້ລາຍງານກ່ຽວກັບຜົນງານພົ້ນເດັ່ນຂອງເຄືອຂ່າຍ SUN CSA ເຊັ່ນ ຜົນສຳຫຼວດພະນັກງານ ກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນ້ຳນົມແມ່ໃນສະຖານທີ່ເຮັດວຽກ. ນອກຈາກນັ້ນ, ຍັງໄດ້ມີການແຈ້ງກ່ຽວກັບແຜນການຈັດຕັ້ງປະຕິບັດວຽກງານຂອງເຄືອຂ່າຍໃນຕໍ່ໜ້າ ເພື່ອໃຫ້ແຜນດັ່ງກ່າວສາມາດດຳເນີນໄປຢ່າງມີປະສິດທິພາບ ແລະ ໄດ້ຮັບການເຫັນດີຈາກອົງກອນສະມາຊິກທັງໝົດທີ່ເຂົ້າຮ່ວມ.

ຂໍຂອບໃຈມາຍັງອົງກອນສະມາຊິກທັງໝົດ ທີ່ໄດ້ສະຫຼະເວລາມາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນກອງປະຊຸມຄັ້ງນີ້. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນເດືອນກຸມພາ 2024. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.

ບົດນຳສະເໜີ NWG - SUN CSA Update for NWG Meeting 15 Nov 2023

1)ສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ 2023​- ກິດຈະກຳຮ່ວມ- 5 ກິດຈະກຳ. 2)ການສະໜັບສະໜູນ ວຽກງານການຄໍ້າປະກັນດ້ານສະບຽງອາຫານ. ວິທີການທີ່ກອງເລຂາ SUN CSA ສະໜັບສະໜູນວຽກງານການຕອບໂຕ້ໂດຍໂຄງການຂອງທ່ານ 3)ແຜນກ...
Categories: ບົດຄົ້ນຄວ້າ ແລະ ບົດລາຍງານ
Sectors: ສາທາລະນະສຸກ
15 ພະຈິກ 2023
4 downloads
2.69 MB
pptx

Loading...