ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 16 ສິງຫາ 2023

ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 16 ສິງຫາ 2023

ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຕົນ ໃນກອງປະຊູມໜ່ວຍງານໂພຊະນາການຂອງ SUN CSA ໃນວັນທີ 16 ສິງຫາ 2023.

ມີພະນັກງານຈາກອົງກອນສະມາຊິກເຂົ້າຮ່ວມທັງໝົດ 23 ທ່ານ ແລະ ໄດ້ມີການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງກອນຕົນເອງ ໃນໄລຍະສາມເດືອນທີ່ຜ່ານມາ ລວມເຖິງແຜນການໃນຕໍ່ໜ້າ, ຊຶ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການວາງແຜນປະສານງານ ແລະ ເຮັດວຽກຮ່ວມກັນຂອງສະມາຊິກໃນເຄືອຂ່າຍ. ກອງເລຂາເຄືອຂ່າຍ SUN CSA ໄດ້ລາຍງານກ່ຽວກັບກິດຈະກຳຮ່ວມຂອງເຄືອຂ່າຍ SUN CSA ທີ່ພົ້ນເດັ່ນ ເປັນຕົ້ນແມ່ນກິດຈະກຳສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ 2023 ແລະ ກິດຈະກຳສະໜັບສະໜູນ ວຽກງານບໍ່ຄໍ້າປະກັນດ້ານສະບຽງອາຫານ.

ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອແບ່ງປັນບົດຮຽນ ແລະ ປະສານສົມທົບວຽກງານຮ່ວມກັນ. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນເດືອນສິງຫາ. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.

Loading...