ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຄັ້ງວັນທີ 10 ມີນາ 2023

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຄັ້ງວັນທີ 10 ມີນາ 2023

ເວທີສົນທະນາປະຈຳວັນສຸກຂອງ SUN CSA ຫົວຂໍ້: ການສະໜັບສະໜູນການຄຸ້ມຄອງທີ່ດິນແບບຍືນຍົງໃນຊຸມຊົນຂອງລາວ

ວັນທີ:  10 ມີນາ 2023, ເວລາ 9-10  ໂມງ

ຜູ້ນຳສະເໜີ: ທ່ານ ວໍຣະສອນ ແດງກາຍະພິຈິດ, ຜູ້ປະສານງານກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ

ຄູ່ມືແນະນຳການຝຶກອົບຮົມປະຕິທິນກົດໝາຍປີ 2023 ແມ່ນໄດ້ພັດທະນາຂຶ້ນເພື່ອສະໜັບສະໜູນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານປະຕິທິນກົດໝາຍໃຫ້ມີປະສິດທິພາບ, ມີຫຼາກຫຼາຍຫົວຂໍ້ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວ ຊຶ່ງກວມເອົາຫຼາຍຂະແໜງການ ເຊັ່ນ ທີ່ດິນ, ປ່າໄມ້, ກະສິກຳ, ສິ່ງແວດລ້ອມ, ການມີສ່ວນຮ່ວມຂອງປະຊາຊົນໃນໂຄງການພັດທະນາ ແລະ ບົດບາດຍິງ-ຊາຍ. ມາຮຽນຮູ້ເພີ່ມເຕີມໄດ້ ໃນເວທີສົນທະນາ SUN CSA ໃນວັນສຸກນີ້.

ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.

ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:

  1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
  2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
  3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.

ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.

Loading...