ເວທີສົນທະນາປະຈຳວັນສຸກຂອງ SUN CSA ຫົວຂໍ້: ການສະໜັບສະໜູນການຄຸ້ມຄອງທີ່ດິນແບບຍືນຍົງໃນຊຸມຊົນຂອງລາວ
ວັນທີ: 10 ມີນາ 2023, ເວລາ 9-10 ໂມງ
ຜູ້ນຳສະເໜີ: ທ່ານ ວໍຣະສອນ ແດງກາຍະພິຈິດ, ຜູ້ປະສານງານກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ
ຄູ່ມືແນະນຳການຝຶກອົບຮົມປະຕິທິນກົດໝາຍປີ 2023 ແມ່ນໄດ້ພັດທະນາຂຶ້ນເພື່ອສະໜັບສະໜູນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານປະຕິທິນກົດໝາຍໃຫ້ມີປະສິດທິພາບ, ມີຫຼາກຫຼາຍຫົວຂໍ້ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວ ຊຶ່ງກວມເອົາຫຼາຍຂະແໜງການ ເຊັ່ນ ທີ່ດິນ, ປ່າໄມ້, ກະສິກຳ, ສິ່ງແວດລ້ອມ, ການມີສ່ວນຮ່ວມຂອງປະຊາຊົນໃນໂຄງການພັດທະນາ ແລະ ບົດບາດຍິງ-ຊາຍ. ມາຮຽນຮູ້ເພີ່ມເຕີມໄດ້ ໃນເວທີສົນທະນາ SUN CSA ໃນວັນສຸກນີ້.
ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
- ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
- ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
- ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.
ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.