ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກ: ເຄື່ອງມືເພື່ອການສຶກສາ ແລະ ສື່ສານກ່ຽວກັບວຽກງານສຸຂະພາບຈະເລີນພັນ ຄັ້ງວັນທີ 14 ຕຸລາ 2022

ຂອບໃຈ ທ່ານ ວັນທະນາ ແລະ ທີມຈາກ PSI ທີ່ໄດ້ມາແລກປ່ຽນກ່ຽວກັບ ເຄື່ອງມືເພື່ອການສຶກສາ ແລະ ສື່ສານກ່ຽວກັບວຽກງານສຸຂະພາບຈະເລີນພັນ ກັບບັນດາພະນັກງານຈາກອົງກອນສະມາຊິກຂອງ SUN CSA ເກືອບ 40 ທ່ານ ໃນເວທີສົນທະນາປະຈຳວັນສຸກຂອງ SUN CSA ໃນມື້ນີ້. ເປັນການແບ່ງປັນທີ່ດີຫຼາຍ! PSI ໄດ້ພັດທະນາເຄື່ອງມືທີ່ທັນຍຸກ ແລະ ແທດເໝາະກັບສະພາບການໃນປັດຈຸບັນ ເພື່ອເຂົ້າເຖິງກຸ່ມເປົ້າໝາຍໃນຮູບແບບທີ່ຫຼາກຫຼາຍ, ທັງແມ່ຍິງ, ຜູ້ຊາຍ, ກຸ່ມຫຼາກຫຼາຍທາງເພດ, ປະຊາຊົນໃນເມືອງ, ຊົນນະບົດ, ວິຊາການ ແລະ ຜູ້ໃຫ້ບໍລິການຕ່າງໆ; ເຄື່ອງມືເຫຼົ່ານັ້ນມີທັງໃນຮູບແບບວີດີໂອ ແລະ ສະປັອດໂຄສະນາທາງສິທະຍຸ, ສື່ສັງຄົມອອນໄລນ໌ ແລະ ໂພສ໌ເຕີ ແລະ ຮູບພາບ ຊຶ່ງພວກມັນໄດ້ຖືກນຳໃຊ້ເຂົ້າໃນວຽກງານສຸຂະພາບຈະເລີນພັນໂດຍຫຼາຍພາກສ່ວນ (ທັງພາກລັດຖະບານ ແລະ CSOs) ໃນຫຼາຍໂຄງການໃນ ສປປ ລາວ. ຂໍຂອບໃຈ ທ່ານ ວັນທະນາ ກຸນນາວັນ, ຜູ້ຈັດການວຽກງານການຕະຫຼາດ ແລະ […]

Loading...