ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ເວທີສົນທະນາອອນໄລນ໌ປະຈຳວັນສຸກ: ເຄື່ອງມືເພື່ອການສຶກສາ ແລະ ສື່ສານກ່ຽວກັບວຽກງານສຸຂະພາບຈະເລີນພັນ ຄັ້ງວັນທີ 14 ຕຸລາ 2022

ເວທີສົນທະນາອອນໄລນ໌ປະຈຳວັນສຸກ: ເຄື່ອງມືເພື່ອການສຶກສາ ແລະ ສື່ສານກ່ຽວກັບວຽກງານສຸຂະພາບຈະເລີນພັນ ຄັ້ງວັນທີ 14 ຕຸລາ 2022

ຂອບໃຈ ທ່ານ ວັນທະນາ ແລະ ທີມຈາກ PSI ທີ່ໄດ້ມາແລກປ່ຽນກ່ຽວກັບ ເຄື່ອງມືເພື່ອການສຶກສາ ແລະ ສື່ສານກ່ຽວກັບວຽກງານສຸຂະພາບຈະເລີນພັນ ກັບບັນດາພະນັກງານຈາກອົງກອນສະມາຊິກຂອງ SUN CSA ເກືອບ 40 ທ່ານ ໃນເວທີສົນທະນາປະຈຳວັນສຸກຂອງ SUN CSA ໃນມື້ນີ້. ເປັນການແບ່ງປັນທີ່ດີຫຼາຍ!

PSI ໄດ້ພັດທະນາເຄື່ອງມືທີ່ທັນຍຸກ ແລະ ແທດເໝາະກັບສະພາບການໃນປັດຈຸບັນ ເພື່ອເຂົ້າເຖິງກຸ່ມເປົ້າໝາຍໃນຮູບແບບທີ່ຫຼາກຫຼາຍ, ທັງແມ່ຍິງ, ຜູ້ຊາຍ, ກຸ່ມຫຼາກຫຼາຍທາງເພດ, ປະຊາຊົນໃນເມືອງ, ຊົນນະບົດ, ວິຊາການ ແລະ ຜູ້ໃຫ້ບໍລິການຕ່າງໆ; ເຄື່ອງມືເຫຼົ່ານັ້ນມີທັງໃນຮູບແບບວີດີໂອ ແລະ ສະປັອດໂຄສະນາທາງສິທະຍຸ, ສື່ສັງຄົມອອນໄລນ໌ ແລະ ໂພສ໌ເຕີ ແລະ ຮູບພາບ ຊຶ່ງພວກມັນໄດ້ຖືກນຳໃຊ້ເຂົ້າໃນວຽກງານສຸຂະພາບຈະເລີນພັນໂດຍຫຼາຍພາກສ່ວນ (ທັງພາກລັດຖະບານ ແລະ CSOs) ໃນຫຼາຍໂຄງການໃນ ສປປ ລາວ.

ຂໍຂອບໃຈ ທ່ານ ວັນທະນາ ກຸນນາວັນ, ຜູ້ຈັດການວຽກງານການຕະຫຼາດ ແລະ ການສື່ສານ ຈາກອົງການ PSI ແລະ ທີມງານ ທີ່ໄດ້ມາແລກປ່ຽນກ່ຽວກັບບົດຮຽນຂອງ PSI ໃນການພັດທະນາເຄື່ອງມືເຫຼົ່ານັ້ນກັບບັນດາອົງກອນສະມາຊິກຂອງ SUN CSA ແລະ ທາງ PSI ກໍມີຄວາມຍິນດີທີ່ຈະສະໜັບສະໜູນດ້ານທັກສະ ແລະ ຄວາມຮູ້ກ່ຽວກັບວຽກງານດັ່ງກ່າວໃຫ້ແກ່ບັນດາອົງກອນທີ່ມີຄວາມສົນໃຈຮຽນຮູ້ເພີ່ມເຕີມ ແລະ ຍິນດີໃຫ້ອົງກອນຕ່າງໆ ນຳໃຊ້ເຄື່ອງມືເຫຼົ່ານັ້ນເຂົ້າໃນໂຄງການທີ່ກຽວຂ້ອງຂອງຕົນເອງ; ພ້ອມທັງມີຄວາມພ້ອມທີ່ຈະໃຫ້ການຮ່ວມມືແກ່ບັນດາອົງກອນຕ່າງໆໃນຖານະຄູ່ຮ່ວມງານ.

ຂອບໃຈທຸກທ່ານຈາກ Save the Children in Laos l Population Services International Laos – PSI Laos l SNV Laos l APLPlusLaos Plan International Laos l World Vision Laos l MHP LAOS l Case Laos Camkid LAOS l ADSD l Pdda Xiengkhouang l Gender Development Association (GDA) l armi.la l ACD-Laos ທີ່ຮ່ວມສົນທະນາ ແລະ ແລກປ່ຽນກັບພວກເຮົາໃນມື້ນີ້.