ພວກເຮົາຮັບສະໝັກ: ທີ່ປືກສາດ້ານການເຮັດຄົ້ນຄວ້າຂອງ SUN CSA ກ່ຽວກັບຜົນກະທົບຈາກອັດຕາເງີນເງີນເຟີ ແລະ ການບໍ່ຄໍ້າປະກັນດ້ານສະບຽງອາຫານ

ສະມາຊິກ SUN CSA ລາວ ຈະດຳເນີນການເຮັດໂຄງການຄົ້ນຄວ້າຮ່ວມກັນ ກ່ຽວກັບຜົນກະທົບຈາກອັດຕາເງີນເຟີ ແລະ ການບໍ່ຄໍ້າປະກັນດ້ານສະບຽງອາຫານໃນປະເທດລາວ. ກະລຸນາສົ່ງຕໍ່ ToR ນີ້ໃຫ້ແກ່ທີ່ປຶກສາດ້ານການເຮັດຄົ້ນຄວ້າທີ່ອາດສົນໃຈສະໝັກ. ກະລຸນາເບິ່ງລາຍລະອຽດຢູ່ທາງດ້ານລຸ່ມ ແລະ ໃນ ToR ທີ່ຄັດຕິດມາພ້ອມນີ້. ພາຍຫຼັງທີ່ພວກເຮົາສາມາດຄັດເລືອກທີ່ປຶກສາວຽກນີ້ໄດ້ແລ້ວ, ພວກເຮົາຈະຂໍການຮ່ວມມືຈາກອົງກອນສະມາຊິກ ສະໜັບສະໜູນໃນການດໍາເນີນການສໍາຫຼວດໃນພື້ນທີ່ໂຄງການຂອງທ່ານ – ອາດຈະຢູ່ໃນໄລຍະເດືອນທັນວາ ຫາ ເດືອນກຸມພາ. ນອກຈາກນັ້ນ, ພວກເຮົາຈະຂໍບົດລາຍງານ ແລະ ຂໍ້ມູນຕ່າງໆທີ່ທ່ານມີ ທີ່ອາດຈະສາມາດນໍາໃຊ້ເຂົ້າໃນການເຮັດການຄົ້ນຄວ້ານີ້ໄດ້. ການປະກອບສ່ວນຂອງອົງກອນສະມາຊິກທັງໝົດຈະຖືກລະບຸຢູ່ໃນບົດລາຍງານການຄົ້ນຄວ້າ. ຖ້າອົງກອນຂອງທ່ານຕ້ອງການເປັນສ່ວນໜື່ງໃນໜ່ວຍງານຄົ້ນຄວ້ານີ້ ກະລຸນາຕິດຕໍ່ຫາກອງເລຂາຂອງພວກເຮົາ. ຕໍາແໜ່ງ: ທີ່ປືກສາດ້ານການເຮັດຄົ້ນຄວ້າຂອງ SUN CSA ກ່ຽວກັບຜົນກະທົບຈາກອັດຕາເງີນເງີນເຟີ ແລະ ການບໍ່ຄໍ້າປະກັນດ້ານສະບຽງອາຫານ ປະເພດສັນຍາ: ສັນຍາບໍລິການ ບ່ອນເຮັດວຽກ: ປະຈຳຢູ່ນະຄອນຫຼວງວຽງຈັນເປັນຫຼັກ ໄລຍະສັນຍາ: ເດືອນຕຸລາ 2022 – ເດືອນເມສາ 2023 ຈໍານວນມື້ໃນສັນຍາ: ປະມານ 34 ມື້ ລາຍງານຫາ: ຜູ້ຈັດການກອງເລຂາ SUN […]