ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ວິທີດຳເນີນການສຳພາດແມ່ ໃນໂຄງການຄັດເລືອກໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ 28 ມັງກອນ 2022

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ວິທີດຳເນີນການສຳພາດແມ່ ໃນໂຄງການຄັດເລືອກໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ວັນທີ: 28 ມັງກອນ 2022, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ດຣ. ນາງ ພູມະນີສອນ ອຸ່ນເມືອງສັກ, ຜູ້ບໍລິຫານຝ່າຍວິຊາການດ້ານສຸຂະພາບ, ອົງການຊ່ວຍເຫຼືອເດັກ ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ) ອົງກາຊ່ວຍເຫຼືອເດັກ ໄດ້ເຮັດວຽກເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອລິເລີ່ມວຽກງານໂຮງໝໍຕົວແບບສົ່ງເສີມການລ້ຽງລຸກດ້ວຍນໍ້ານົມແມ່ ນັບຕັ້ງແຕ່ເລິີມຕົ້ນ, ຈົນມາຮອດປັດຈຸບັນ ໄດ້ມີໂຮງໝໍຕົວແບບສົ່ງເສີມການລ້ຽງລຸກດ້ວຍນໍ້ານົມແມ່ 2 ແຫ່ງຄື ໂຮງໝໍແຂວງພົວພັນ ແລະ ໂຮງໝໍແຂວງສາລະວັນ. ອົງການຊ່ວຍເຫຼືອເດັກ ໄດ້ດຳເນີນການສຳພາດແມ່, ຊຶ່ງເປັນໜຶ່ງໃນເຄື່ອງມືທີ່ສຳຄັນ ທີ່ໃຊ້ເພື່ອປະເມີນໂຮງໝໍຕົວແບບ. ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບວິທີການດຳເນີນການສຳພາດດັ່ງກ່າວ, ສາມາດເຂົ້າຮ່ວມເວທີສົນທະນາ SUN CSA ໃນວັນສຸກນີ້ໄດ້. ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ […]