ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ກິດຈະກຳ
  • >
  • ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ວິທີດຳເນີນການສຳພາດແມ່ ໃນໂຄງການຄັດເລືອກໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ 28 ມັງກອນ 2022

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ວິທີດຳເນີນການສຳພາດແມ່ ໃນໂຄງການຄັດເລືອກໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ 28 ມັງກອນ 2022

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ວິທີດຳເນີນການສຳພາດແມ່ ໃນໂຄງການຄັດເລືອກໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່

ວັນທີ: 28 ມັງກອນ 2022, ເວລາ 9-10  ໂມງ

ຜູ້ນຳສະເໜີ: ທ່ານ ດຣ. ນາງ ພູມະນີສອນ ອຸ່ນເມືອງສັກ, ຜູ້ບໍລິຫານຝ່າຍວິຊາການດ້ານສຸຂະພາບ, ອົງການຊ່ວຍເຫຼືອເດັກ

ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ)

ອົງກາຊ່ວຍເຫຼືອເດັກ ໄດ້ເຮັດວຽກເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອລິເລີ່ມວຽກງານໂຮງໝໍຕົວແບບສົ່ງເສີມການລ້ຽງລຸກດ້ວຍນໍ້ານົມແມ່ ນັບຕັ້ງແຕ່ເລິີມຕົ້ນ, ຈົນມາຮອດປັດຈຸບັນ ໄດ້ມີໂຮງໝໍຕົວແບບສົ່ງເສີມການລ້ຽງລຸກດ້ວຍນໍ້ານົມແມ່ 2 ແຫ່ງຄື ໂຮງໝໍແຂວງພົວພັນ ແລະ ໂຮງໝໍແຂວງສາລະວັນ. ອົງການຊ່ວຍເຫຼືອເດັກ ໄດ້ດຳເນີນການສຳພາດແມ່, ຊຶ່ງເປັນໜຶ່ງໃນເຄື່ອງມືທີ່ສຳຄັນ ທີ່ໃຊ້ເພື່ອປະເມີນໂຮງໝໍຕົວແບບ. ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບວິທີການດຳເນີນການສຳພາດດັ່ງກ່າວ, ສາມາດເຂົ້າຮ່ວມເວທີສົນທະນາ SUN CSA ໃນວັນສຸກນີ້ໄດ້.

ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.

ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:

  1. ເປັນເວທີອອນໄລນ໌, ພະນັກງານທີ່ຟູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
  2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກປະຈຳຂອງທ່ານ.
  3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.
ຖ້າທ່ານສົນໃຈເຂົ້າຮ່ວມສາມາດຕິຕໍ່ຫາທີມງານກອງເລຂາທີ່ www.suncsalaos.org