SUN CSA ລາວ ຈະຈັດກິດຈະກຳກ່ຽວກັບການຮຽນຮູ້ ແລະ ແລກປ່ຽນທີ່ໜ້າສົນໃຈກ່ຽວກັບວຽກງານໂພຊະນາການໃນລາວ ເປັນເວລາ 2 ວັນ, ຊຶ່ງປະກອບມີ:
• ວັນພະຫັດທີ 29 ມີນາ 2023 – ກອງປະຊຸມສາມັນປະຈຳປີຂອງ SUN CSA (AGM)
• ວັນສຸກທີ 30 ມີນາ 2023 – ການຝຶກອົບຮົມວຽກງານການສື່ສານເພື່ອໂພຊະນາການຂອງ SUN CSA
ກອງປະຊຸມຈະໄດ້ຈັດຂຶ້ນທີ່ ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌. ກິດຈະກຳໃນແຕ່ລະວັນຈະປະກອບດ້ວຍ ການສົນທະນາ ແລະ ຂໍ້ມູນທີ່ເປັນປະໂຫຍດຕໍ່ອົງກອນຂອງທ່ານ.
ພວກເຮົາຈະກະກຽມພຶື້ນທີ່ຂະໜາດນ້ອຍ ສຳລັບວາງສະແດງໃນໄລຍະກອງປະຊຸມ. ຖ້າທ່ານມີຂໍ້ມູນ ຫຼື ຜະລິດຕະພັນຈາກໂຄງການຂອງທ່ານທີ່ຈະມາວາງສະແດງ, ກະລຸນາຖືມາພ້ອມ ຫຼື ອົງກອນສະມາຊິກຈະໄດ້ຖືກຮັບເຊີນ.