ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂໍ້ມູນດ້ານການປ່ຽນແປງສະພາບອາກາດດິນຟ້າອາກາດ ແລະ ໂພຊະນາການ

ຂໍ້ມູນດ້ານການປ່ຽນແປງສະພາບອາກາດດິນຟ້າອາກາດ ແລະ ໂພຊະນາການ

ຂໍ້ມູນດ້ານການປ່ຽນແປງສະພາບອາກາດດິນຟ້າອາກາດ ແລະ ໂພຊະນາການ

ຂໍ້ມູນດ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ

ສະມາຊິກເຄືອຂ່າຍ SUN CSA ໄດ້ເຮັດວຽກຮ່ວມກັບລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງທີ່ເຮັດວຽກໂພຊະນາການ ເພື່ອປັບປຸງຜົນໄດ້ຮັບດ້ານໂພຊະນາການ ແລະ ຫຼຸດຜ່ອນຜົນກະທົບທີ່ເກີດຈາກການປ່ຽນແປງສະພາບດິນຟ້າອາກາດໂດຍຜ່ານການປະສານງານ, ການຮ່ວມມື, ການສະໜັບສະໜູນ, ການສ້າງຂີດຄວາມສາມາດ ແລະ ການຈັດການຄວາມຮູ້.

ເຫດການທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນລາວ ໄດ້ສົ່ງຜົນກະທົບຕໍ່ຄວາມເປັນຢູ່ໃນດ້ານໂພຊະນາການ ແລະ ການຄໍ້າປະກັນດ້ານສະບຽງອາຫານຂອງຄອບຄົວໃນລາວ ແລະ ສະພາບການພັດທະນາປະເທດຊາດໂດຍລວມ. ເຫດການເຫຼົ່ານີ້ໄດ້ແກ່ນໍ້າຖ້ວມ, ຄື້ນຄວາມຮ້ອຍ, ມົນລະພິດ ແລະ ເຫດການທີ່ກ່ຽວຂ້ອງກັບສະພາບອາກາດຮ້າຍແຮງອື່ນໆ ຊຶ່ງສົ່ງຜົນກະທົບຕໍ່ການດໍາລົງຊີວິດ ແລະ ສຸຂະພາບໂດຍລວມຂອງປະຊາຊົນຫຼາຍຂຶ້ນ.

ນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໂຄອິດ-19 ໃນປີ 2020, ຫຼາຍຄອບຄົວໃນລາວໄດ້ຮັບຜົນກະທົບທາງດ້ານເສດຖະກິດ, ລາຍຮັບສຳລັບການດຳລົງຊີວິດຫຼຸດລົງ ຊຶ່ງມີສາເຫດມາຈາກແຮງງານລາວເຄື່ອນຍ້າຍ ໄດ້ເດີນທາງກັບຄືນປະເທດ, ການສົ່ງເງິນກັບຄືນໃຫ້ຄອບຄົວຫຼຸດລົງ, ການທ່ອງທ່ຽວຢຸດສະຫງັກ ແລະ ເສດຖະກິດຕົກຕໍ່າ ສົ່ງຜົນໃຫ້ບັນຫາທີ່ມີຢູ່ໃນປັດຈຸບັນຍິ່ງຮ້າຍແຮງຂຶ້ນ. ນອກຈາກນັ້ນ ອັດຕາເງີນເຟີ້ໄດ້ເພີ່ມຂຶ້ນຫຼາຍໃນທ້າຍປີ 2021, ຊື່ງເຮັດໃຫ້ເງີນກີບລາວອ່ອນຄ່າລົງເມື່ອທຽບກັບສະກຸນເງິນຕ່າງປະເທດ. ອັດຕາເງີນເຟີ້ໄດ້ເພີ່ມຂຶ້ນສູງກວ່າ 30% ໃນປີ 2022, 40% ໃນປີ 2023 ແລະ ປະຈຸບັນປະມານ 25% ໃນປີ 2024. ສົ່ງຜົນໃຫ້ຕົ້ນທຶນຂອງສິນຄ້າທີ່ຈໍາເປັນເຊັ່ນ: ອາຫານ ແລະ ຂອງໃຊ້ໃນຄົວເຮືອນ ເພີ່ມຂຶ້ນສູງຫຼາຍ.

ສະພາບອາກາດທີ່ຮ້າຍແຮງ ແລະ ຄວາມເຄັ່ງຕືງທາງດ້ານເສດຖະກິດ ເປັນສອງປັດໄຈຮ່ວມທີ່ເຮັດໃຫ້ເກີດໄພຄຸກຄາມທີ່ຮ້າຍແຮງຕໍ່ຄວາມກ້າວໜ້າຂອງປະເທດໃນຊຸມປີທີ່ຜ່ານມາ ຕໍ່ກັບຕົວຊີ້ວັດດ້ານໂພຊະນາການເຊັ່ນ: ພາວະຂາດສານອາຫານແບບຈ່ອຍຜອມ, ການຂາດສານອາຫານແບບຊໍາເຮື້ອ ແລະ ພາວະການຂາດສານອາຫານໃນເດັກ. ເພື່ອແກ້ໄຂສີ່ງທ້າທາຍເຫຼົ່ານີ້, ຈຶ່ງຈໍາເປັນຕ້ອງເຂົ້າໃຈຢ່າງຮອບດ້ານກ່ຽວກັບຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດ. ຄວາມຮ່ວມມືຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາຈະຕ້ອງສາມາດຕອບສະໜອງຕໍ່ບັນຫາສໍາຄັນເຫຼົ່ານີ້.

ຂໍ້ມູນດ້ານການປ່ຽນແປງສະພາບອາກາດດິນຟ້າອາກາດ ແລະ ໂພຊະນາການ

ເອກະສານ

ບົດນຳສະເໜີກອງປະຊຸມ

ວິດີໂອ

Climate change and nutrition conference in Laos

Climate change and nutrition conference in Laos…
Climate change and nutrition conference in Laos…