ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຄວາມເຂົ້າໃຈຕໍ່ກັບພຶດຕິກຳການກິນອາຫານ ແລະ ການປ້ອນອາຫານທີ່ມີຜົນກະທົບຕໍ່ໂພຊະນາການແມ່ ແລະ ເດັກ ໃນກຸ່ມຊົນເຜົ່າສ່ວນນ້ອຍຢູ່ພາກໃຕ້ຂອງ ສປປ ລາວ

ຄວາມເຂົ້າໃຈຕໍ່ກັບພຶດຕິກຳການກິນອາຫານ ແລະ ການປ້ອນອາຫານທີ່ມີຜົນກະທົບຕໍ່ໂພຊະນາການແມ່ ແລະ ເດັກ ໃນກຸ່ມຊົນເຜົ່າສ່ວນນ້ອຍຢູ່ພາກໃຕ້ຂອງ ສປປ ລາວ

ການສຶກສາແບບຄຸນນະພາບໄດ້ຖືກດຳເນີນເພື່ອຊອກຄົ້ນຫາພຶດຕິກຳການກິນອາຫານ ແລະ ການປ້ອນອາຫານທີ່ອັນຕະລາຍຕໍ່ສຸ ຂະພາບໃນທ່າມກາງແມ່ ແລະ ເດັກນ້ອຍໃນກຸ່ມຊົນເຜົ່າສ່ວນນ້ອຍທີ່ໄດ້ຖືກຄັດເລືອກຢູ່ໃນສາມແຂວງຂອງ ສປປ ລາວ, ໃນແປດ ບ້ານທີ່ຖືກຄັດເລືອກເປັນຕົວແທນໃຫ້ແປດຊົນເຜົ່າ (ບຣາວ, ກະຕ່າງ, ມະກອງ, ໂອ້ຍ, ພູໄທ, ຕະໂອ້ຍ, ຕຣີ ແລະ ຊ່ວຍ), ແມ່ ແລະ ພໍ່ໄວໜຸ່ມ ແລະ ໄວຜູ້ໃຫຍ່ທີ່ມີລູກລະຫວ່າງ 6 ເດືອນຫາ 03 ປີ ໄດ້ເຂົ້າຮ່ວມການສົນທະນາກຸ່ມ. ໃນແຕ່ລະບ້ານໄດ້ສຳພາດຜູ້ໃຫ້ຂໍ້ມູ ນຫລັກເຊັ່ນ ອາສາສະໝັກແພດບ້ານ, ສະຫະພັນແມ່ຍິງ ແລະ ນາຍບ້ານ. ພະນັກງານສາທາລະນະສຸກແຂວງ ແລະ ສາທາລະນະສຸ ກເມືອງກໍ່ໄດ້ໃຫ້ສຳພາດໃນຖານທີ່ເປັນຜູ້ໃຫ້ຂໍ້ມູນຫລັກ....
Categories: ບົດຄົ້ນຄວ້າ ແລະ ບົດລາຍງານ
Sectors: ກະສິກຳ, ບົດບາດຍິງ-ຊາຍ, ສາທາລະນະສຸກ
17 ​ເດືອນ​ມິ​ຖຸ​ນາ 2021
42 downloads
9.79 MB
pdf