ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ການວິເຄາະຕ່ອງໂສ້ມູນຄ່າດ້ານໂພຊະນາການ

ການວິເຄາະຕ່ອງໂສ້ມູນຄ່າດ້ານໂພຊະນາການ

ຜົນການເກັບກໍຳຂໍ້ມູນພາກສະໜາມຊີ້ໃຫ້ເຫັນວ່າ ໄກ່ລາດ, ສາລີ, ໝາກກ້ວຍ, ແລະໝາກອຶ ມີການຜະລິ ດຫຼາດຢູ່ທ້ອງຖີ່ນໃນເມື່ອງເປົ້າໝາຍ ພ້ອມທັງມີການເຊື່ອມຕໍ່ກັບຕະຫຼາດທ້ອງຖີ່ນຈຳນວນໜຶ່ງເປັນຢ່າງ ດີ; ແນວໃດກໍ່ຕາມຜະລິດຕະພາບຂອງຜະລິດຕະພັນເຫຼົ່ານີ້ຍັງຖືວ່າບໍ່ສູງເປັນສ່ວນຫຼາຍ, ເນື່ອງຈາກດ້ວຍ “ປັດໄຈນຳເຂົ້າການຜະລິດຕໍ່າ ເຮັດໃຫ້ຜົນຜະລິດອອກມາຕໍ່າເຊັ່ນດຽວກັນ” ອາໃສການປູກແບບທຳມະຊາດ ແລະໃຊ້ລະບົບການຜະລິດແບບເກົ່າ ເຮັດໃຫ້ຜົນກຳໄລ ແລະຜົນຕອບແທນຕໍ່າ ບໍ່ຄຸ້ມກັບແຮງງານ. ການວິເຄາະຕົ້ນທຶນ-ຜົນປະໂຫຍດທີ່ເປັນຕົວຊີ້ບອກຂອງບັນດາຜະລິດຕະພັນເຫຼົ່ານີ້ຍັງຊີ້ໃຫ້ເຫັນອີກວ່າ ກັ ບລະບົບການຜະລິດທີ່ນໍາໃຊ້ປັດຈຸບັນ ຊາວກະສິກອນ ມີກຳໄລ (ສ່ວນຕ່າງກຳໄລ) ປະມານ 35 ໂດລາ/ໄກ່ 83 ໂຕ/ປີ/ຄຄ (13,9%), ສາລີ 155 ໂດລາ/0,48 ຮຕ/ປີ/ຄຄ (60%), ໝາກກ້ວຍ 169 ໂດລາ/0,82 ຮຕ/ ປິ/ຄຄ (57%), ແລະ ໝາກອຶ 115 ໂດລາ/0,5 ຮຕ/ປີ/ຄຄ (50%)....
Categories: ບົດຄົ້ນຄວ້າ ແລະ ບົດລາຍງານ
Sectors: ກະສິກຳ, ສາທາລະນະສຸກ
​ເດືອນ​ມິ​ຖຸ​ນາ 17, 2021
20 downloads
1.06 MB
pdf