ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກຫົວຂໍ້ ການສະໜັບສະໜູນການຄຸ້ມຄອງທີ່ດິນແບບຍືນຍົງໃນຊູມຊົນຂອງລາວ

ພວກເຮົາໄດ້ຮູ້ຈັກກັບ “ປະຕິທິນກົດໝາຍ” ທີ່ເປັນເຄື່ອງມືທີ່ຈະຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງ ບາງຂໍ້ກົດໝາຍທີ່ມີຄວາມສຳຄັນ ແລະ ຕິດພັນກັບການດຳລົງຊີວິດ! ມີພະນັກງານຫຼາຍກວ່າ 20 ທ່ານໄດ້ເຂົ້າຮ່ວມເວທີສົນທະນາອອນໄລນ໌ປະຈຳວັນສຸກ ໃນວັນທີ 10 ມີນາ 2023 ເພື່ອຮຽນຮູ້ກ່ຽວກັບເຄື່ອງມືທີ່ຈະຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງ ບາງຂໍ້ກົດໝາຍທີ່ມີຄວາມສຳຄັນ ແລະ ຕິດພັນກັບການດຳລົງຊີວິດ, ຊຶ່ງນຳພາໂດຍ ທ່ານ ວໍຣະສອນ ແດງກະຍາພິຈິດ ຈາກກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG). ປະຕິທິນກົດໝາຍ ແມ່ນເຄື່ອງມືສື່ສານທີ່ພັດທະນາໂດຍ LIWG ຊຶ່ງມີເນື້ອໃນຄັດຈາກນິຕິກຳ ແລະ ນະໂຍບາຍຕ່າງໆ ທີ່ມີລັກສະນະເຂົ້າໃຈງ່າຍ ແລະ ສາມາດເປັນເຄື່ອງມືສຳລັບການເຜີຍແຜ່ຂໍ້ມູນໃຫ້ປະຊາຊົນໃນທ້ອງຖິ່ນ; ພ້ອມທັງເປັນບ່ອນອີງ ແລະ ຂໍ້ແນະນຳທາງດ້ານກົດໝາຍ ເພື່ອຊ່ວຍຊຸມຊົນໃນການບໍລິຫານທີ່ດິນ, ປ່າໄມ້, ນ້ຳ, ຊັບພະຍາກອນທຳມະຊາດ ສີ່ງແວດລ້ອມ ໃຫ້ມີຄວາມຍືນຍົງ. . ຂອບໃຈ ທ່ານ ວໍຣະສອນ ແລະ ຜູ້ເຂົ້າຮ່ວມທຸກທ່ານທີ່ໄດ້ສະຫຼະເວລາເຂົ້າຮ່ວມການສົນທະນາໃນຄັ້ງນີ້, ຊຶ່ງເປັນການແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ຕໍ່ການຮ່ວມມືຂອງອົງກອນສະມາຊິກ SUN CSA ໃນຕໍ່ໜ້າ.

ກອງປະຊຸມແລກປ່ຽນບົດຮຽນວຽກງານນ້ຳ, ສູຂາພິບານ ແລະ ອະນາໄມ ໃນ ສປປ ລາວ ເພື່ືອກ້າວໄປສູ່ການຢຸດຕິການຖ່າຍຊະຊາຍປິ 2025

“ຮ່ວມກັນເພື່ອກ້າວໄປສູ່ການຢຸດຕິ ການຖ່າຍຊະຊາຍໃນຂອບເຂດທົ່ວປະເທດພາຍໃນປີ 2025” ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທວນຄືນເປົ້າໝາຍສູ້ຊົນຂອງວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ) ແລະ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານນໍ້າ, ສຸຂາພິບານ ແລະ ອະນາໄມສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ເພື່ອກ້າວໄປສູ່ການປະກາດປະເທດຢຸດຕິການຖ່າຍຊະຊາຍໃນປີ 2025. ກອງປະຊຸມນີ້ມີເປົ້າໝາຍໃນການກະຕຸ້ນ ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນໃນຂອບເຂດທົ່ວປະເທດ ໃຫ້ເຫັນໄດ້ຄວາມສໍາຄັນຮີບດ່ວນໃນການຮ່ວມມືກັນຊຸກຍູ້ສົ່ງເສີມໃຫ້ທຸກຄົວເຮືອນໃນ ສປປ ລາວ ມີ ແລະ ນໍາໃຊ້ວິດຖ່າຍທີ່ໄດ້ມາດຕະຖານ ພາຍໃນ ປີ 2025. ກອງປະຊຸມນີ້ໄດ້ຮັບກຽດເປັນປະທານໂດຍ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ໂດຍມີ ຮອງເຈົ້າແຂວງ, ຫົວໜ້າພະແນກສາທາລະນະສຸກ, ຜູ້ແທນຕາງໜ້າຈາກ 18ແຂວງ ແລະ ຄູ່ຮ່ວມພັດທະນາ ຈໍານວນ 270 ທ່ານທົ່ວປະເທດ ແມ່ນໄດ້ຖືກເຊີນເຂົ້າຮ່ວມເພື່ອສົນທະນາວາງແຜນ ແລະ ຮັບຮອງເອົາຄາດໝາຍສູ້ຊົນຮ່ວມກັນໃນຄັ້ງນີ້ດ້ວຍ. ພວກເຮົາຂໍເຊີນຊ່ວນພໍ່ແມ່ປະຊາຊົນ, ອົງການຈັດຕັ້ງພາກລັດ, ສາກົນ ແລະ ທ້ອງຖີ່ນຮ່ວມກັນເປັນສ່ວນໜຶ່ງໃນການປະກອບສ່ວນໃຫ້ ສປປ ລາວ […]

Loading...