ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມແລກປ່ຽນບົດຮຽນ ວຽກງານໂພຊະນາການຮ່ວມກັນຫຼາຍຂະແໜງການທີ່ ແຂວງ ອຸດົມໄຊ ຄັ້ງວັນທີ 30-31 ພຶດສະພາ 2022

ການແລກປ່ຽນບົດຮຽນກ່ຽວກັບການສົ່ງເສີມໂພຊະນາການຢູ່ພາກເໜືອຂອງລາວ! ເກືອບ 30 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຢູ່ແຂວງອຸດົມໄຊ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30-31 ພຶດສະພາ 2022, ໂດຍການເປັນເຈົ້າພາບຮ່ວມຂອງອົງການ CARE International in Lao PDR ແລະ ພະແນກສາທາລະນະສຸກແຂວງວຽງຈັນ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວປະກອບມີຜູ້ຕາງໜ້າຈາກຜູ້ຕາງໜ້າຈາກຄະນະກຳມາທິການໂພຊະນາການຂັ້ນແຂວງຈາກ 5 ຂະແໜງການ (ສາທາ, ກະສິກຳ, ສຶກສາ, ສະຫະພັນແມ່ຍິງລາວ, ແຜນການ ແລະ ການລົງທຶນ) ຈາກແຂວງແຂວງອຸດົມໄຊ ແລະ ບໍ່ແກ້ວ ແລະ ພະນັກງານຈາກ INGO ແລະ CSOs ລາວ ຈາກແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ. ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາອົງການຈັດຕັ້ງທາງພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ເພື່ອມາແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ໃນການສະໜັບສະໜູນ 22 ມາດຕະການບູລິມະສິດທີ່ຢູ່ໃນແຜນປະຕິບັດງານແຫ່ງຊາດດ້ານຟພຊະນາການ 2021-2025. ພ້ອມດຽວກັນນັ້ນ, ຍັງເປັນການແລກປ່ຽນບົດຮຽນ, ປະສົບການ ແລະ ບັນດາເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ານໂພຊະນາການ, ສະທ້ອນຄືນຜົນສຳເລັດ ແລະ […]

ກອງປະຊູມອົງກອນທີ່ເຮັດວຽກດ້ານໂພຊະນາການຂອງ SUN CSA (NWG) 10 ພຶດສະພາ – 2022

ຂໍຂອບໃຈທຸກທ່ານ – ເກືອບ 20 ທ່ານ ຈາກອົງກອນສະມາຊິກ SUN CSA ທີ່ໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານໂພຊະນາການ SUN CSA (SUN CSA Nutrition Working Group) ຜ່ານທາງອອນໄລນ໌ ໃນວັນທີ 10 ພຶດສະພາ 2022 ເພື່ອອັບເດດວຽກງານດ້ານໂພຊະນາການຂອງຕົນໃນໄລຍະສາມເດືອນທີ່ຜ່ານມາ ແລະ ແຈ້ງກ່ຽວກັບກິດຈະກຳໃນເດືອນຕໍ່ໜ້າ. ພວກເຮົາຍັງໄດ້ແລກປ່ຽນກ່ຽວກັບ ຫົວຂໍ້ສະໜັບສະໜູນໃໝ່: “ຜົນກະທົບຂອງໂຄວິດ ແລະ ອັດຕາເງິນເຟີ້ (ຄ່າຄອງຊີບທີ່ສູງຂຶ້ນ) ຕໍ່ກັບວຽກງານການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ”, ຊຶ່ງຈະສາມາດຊາວຍໃຫ້ພວກເຮົາທັງເຄືອຄ່າຍ ສາມາດຕອບໂຕ້ກັບສິ່ງທ້າທາຍຕໍ່ກັບວຽກງານການຄໍ້າປະກັນດ້ານສະບຽງອາຫານ, ການດຳລົງຊີວິດ ແລະ ໂພຊະນາການ ໃນ ສປປ ລາວ. ຂອບໃຈທຸກທ່ານທີ່ມີການຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ, ພວກເຮົາຈະພົບກັນໃໝ່ໃນອີກສາມເດືອນຂ້າງໜ້າ ໃນເດືອນສິງຫາ.

Loading...