ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 15 ພະຈິກ 2023

ອົງກອນສະມາຊິກ SUN CSA ສືບຕໍ່ສະໜັບສະໜູນວຽກງານໂພຊະນາການ ຜ່ານກອງປະຊຸມໜ່ວຍງານໂພຊະນາການ SUN CSA ແລະ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການທີ່ພົ້ນເດັ່ນຂອງຕົນ. ໃນວັນທີ 15 ພະຈິກ 2023 ມີພະນັກງານ 18 ທ່ານ ຈາກອົງກອນສະມາຊິກ 14 ອົງກອນ ຮ່ວມແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳ, ສົນທະນາກ່ຽວກັບວຽກງານໃນໄລຍະສາມເດືອນທີ່ຜ່ານມາ (ນັບແຕ່ເດືອນສິງຫາເປັນຕົ້ນມາ) ແລະ ກຳນົດແຜນວຽກທີ່ກ່ຽວຂ້ອງກັບໂພຊະນາການໃນຕໍ່ໜ້າ. ກອງເລຂາ ໄດ້ລາຍງານກ່ຽວກັບຜົນງານພົ້ນເດັ່ນຂອງເຄືອຂ່າຍ SUN CSA ເຊັ່ນ ຜົນສຳຫຼວດພະນັກງານ ກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນ້ຳນົມແມ່ໃນສະຖານທີ່ເຮັດວຽກ. ນອກຈາກນັ້ນ, ຍັງໄດ້ມີການແຈ້ງກ່ຽວກັບແຜນການຈັດຕັ້ງປະຕິບັດວຽກງານຂອງເຄືອຂ່າຍໃນຕໍ່ໜ້າ ເພື່ອໃຫ້ແຜນດັ່ງກ່າວສາມາດດຳເນີນໄປຢ່າງມີປະສິດທິພາບ ແລະ ໄດ້ຮັບການເຫັນດີຈາກອົງກອນສະມາຊິກທັງໝົດທີ່ເຂົ້າຮ່ວມ. ຂໍຂອບໃຈມາຍັງອົງກອນສະມາຊິກທັງໝົດ ທີ່ໄດ້ສະຫຼະເວລາມາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນກອງປະຊຸມຄັ້ງນີ້. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນເດືອນກຸມພາ 2024. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.
ການສຳຫຼວດຄຳຄິດເຫັນພະນັກງານ ກ່ຽວກັບນະໂຍບາຍ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກໃນລາວ 2023

ເມື່ອບໍ່ດົນມານີ້ SUN ລາວ ໄດ້ທຳການສຳຫຼວດພະນັກງານ 229 ທ່ານ ຈາກ 42 ອົງກອນ. ພວກເຮົາໄດ້ຖາມເຖິງຄວາມຮັບຮູ້ຂອງເຂົາເຈົ້າຮູ້ກ່ຽວກັບນະໂຍບາຍ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງເຂົາເຈົ້າ. ຜົນການສຳຫຼວດເປັນໄປໃນທິດທາງທີ່ດີຂຶ້ນ, ຄວາມຮັບຮູ້ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງພະນັກງານ ດີຂຶ້ນເມື່ອທຽບກັບປີກາຍນີ້, ແຕ່ກໍຍັງມີບາງຈຸດທີ່ຕ້ອງໄດ້ຮັບການປັບປຸງ ເພື່ອສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ. ການສຳຫຼວດຄຳຄິດເຫັນພະນັກງານກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ໃນເດືອນຕຸລາ 2023 ພະນັກງານ 229 ຄົນ ຖືກສຳຫຼວດ (50% ຍິງ) 42 ອົງກອນ (19 CSOs, 19 INGOs) ພະນັກງານຈາກ 16 ແຂວງ ຄວາມຮັບຮູ້ຂອງພະນັກງານກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ. 59% ຂອງພະນັກງານຮູ້ກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງຕົນ (ເພີ່ມຂຶ້ນ 20% ຈາກປີກາຍ). 51% ຕອບວ່າ ໄລຍະພັກເກີດລູກແມ່ນ 3 ເດືອນ, 30% ຕອບວ່າ 6 ເດືອນ. 13% ຕອບວ່າ ເຂົາເຈົ້າບໍ່ຮູ້ວ່າພະນັກງານສາມາດພັກໃນໂມງວຽກ […]