ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

SUN CSA ຂໍສະແດງຄວາມຊົມເຊີຍມາຍັງ 34 ສະຖານທີ່ເຮັດວຽກໃນລາວ ທີ່ໄດ້ຮັບລາງວັນ SUN ລາວ “ອົງກອນທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ

ບ່ອນເຮັດວຽກທີ່ມີຄວາມກ້າວໜ້າໃນລາວໄດ້ຮັບລາງວັນການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ໃນລະດັບຊາດ SUN CSA ຂໍສະແດງຄວາມຊົມເຊີຍມາຍັງ 34 ສະຖານທີ່ເຮັດວຽກໃນລາວ ທີ່ໄດ້ຮັບລາງວັນ SUN ລາວ “ອົງກອນທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ” ຊຶ່ງບ່ອນເຮັດວຽກເຫຼົ່ານັ້ນໄດ້ທຸ່ມເທໃນການສະໜັບສະໜູນໃຫ້ພະນັກງານຂອງຕົນລ້ຽງລູກດ້ວຍນໍ້ານົມແມ່. ໃຫ້ກຽດມອບລາງວັນດັ່ງກ່າວໂດຍ ທ່ານ ດຣ.ນາງ ສຸທິສຸກ ອິນທະວິໄລ, ປະທານຄະນະບໍລິຫານງານ SUN CSA ແລະ ຮອງຜູ້ອໍານວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA) ໂດຍຮ່ວມກັບຄະນະປະທານຮ່ວມໃນງານສະເຫຼີມສະຫຼອງອາອິດສາກົນການລ້ຽງລູກດ້ວຍນົມແມ່ຂອງລາວ ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໃນວັນອັງຄານທີ 6 ສິງຫາ. ໃນການໃຫ້ຄະແນນແກ່ສະຖານທີ່ເຮັດວຽກແມ່ນນຳໃຊ້ 10 ຂໍ້ທີ່ເປັນແນວທາງການປະຕິບັດທີ່ດີທີ່ສຸດສໍາລັບການລ້ຽງລູກດ້ວຍນົມແມ່ຢູ່ບ່ອນເຮັດວຽກໃນລາວ, ມີຄະແນນພິເສດສໍາລັບບ່ອນເຮັດວຽກທີ່ມີການຈັດສັນສະຖານທີ່ສຳລັບການລ້ຽງລູກດ້ວຍນໍ້ານົມແມ່. ໃນປີນີ້ ມີສະຖານທີ່ເຮັດວຽກ 3 ບ່ອນ ທີ່ໄດ້ຮັບລາງວັນລະດັບຫຼຽນທອງແດງ, 8 ສະຖານທີ່ເຮັດທີ່ໄດ້ຮັບລາງວັນລາງວັນລະດັບຫຼຽນເງິນ, 9 ສະຖານທີ່ເຮັດວຽກທີ່ໄດ້ຮັບລາງວັນລະດັບຫຼຽນຄໍາ ແລະ 14 ສະຖານທີ່ເຮັດວຽກທີ່ໄດ້ຮັບລາງວັນລາງວັນລະດັບ Platinum. ຈຳນວນອົງກອນທີ່ເຂົ້າຮ່ວມແມ່ນເພີ່ມຂຶ້ນຫຼາຍກວ່າສອງເທົ່ານັບຕັ້ງແຕ່ການສ້າງຕັ້ງລາງວັນຂຶ້ນມາຄັ້ງທໍາອິດໃນເດືອນມີນາ 2023 ແລະ ຈຳນວນແມ່ທີ່ເຮັດວຽກທີ່ລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກເພີ່ມຂຶ້ນ 32%. ທ່ານ ດຣ. ນາງ ສຸດທິສຸກ ໄດ້ຍົກໃຫ້ເຫັນວ່າ: “ລາງວັນນີ້ແມ່ນເປັນການລິເລີ່ມຂອງບັນດາອົງການຈັດຕັ້ງສັງຄົມຂອງພວກເຮົາພາຍໃຕ້ເຄືອຂ່າຍ […]

ກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ ແຂວງ ຫຼວງພະບາງ, ສປປ ລາວ.

ອົງກກອນສະມາຊິກ SUN CSA ລາວ ນໍາສະເໜີການຄົ້ນຄວ້າດ້ານໂພຊະນາການຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ. ຂໍສະແດງຄວາມຊົມເຊີຍມາຍັງ 5 ອົງກອນສະມາຊິກ SUN CSA ລາວ ທີ່ໄດ້ນໍາສະເໜີການຄົ້ນຄວ້າຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ແຂວງຫຼວງພະບາງ, ສປປ ລາວ. ຜົນການຄົ້ນຄວ້າກ່ຽວກັບວຽກງານໂພຊະນາການ ໄດ້ຖືກນຳສະເໜີໂດຍ ອົງການແຄຣ໌ນານາຊາດ ປະຈຳລາວ, ອົງການແພລນສາກົນ ປະຈຳລາວ, ອົງການ SNV ປະຈໍາລາວ, ອົງການກາແດງສະວິດ ແລະ ອົງການສຸພານິມິດສາກົນ  ປະຈຳລາວ. ຂໍສະແດງຄວາມຍິນດີເປັນຢ່າງຍິ່ງຕໍ່ກັບ ອົງການ CRS ທີ່ໄດ້ຊ່ວຍຈັດ ແລະ ສະໜອງທຶນໃຫ້ແກ່ກອງປະຊຸມສາກົນດັ່ງກ່າວ ໂດຍຜ່ານໂຄງການ USAID ANRCB. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້ມີ​ມະຫາວິທະຍາ​ໄລຫຼາຍກວ່າ 20 ​ແຫ່ງ​ທີ່​ມາ​ຈາກ 9 ປະ​ເທດ​ໃນ​ທົ່ວ​ພາກ​ພື້ນ, ​ໃນ​ນັ້ນລວມ​ມີ ປະເທດກຳປູ​ເຈຍ, ຈີນ, ມຽນມາ, ສປປ ລາວ, ​ໄທ, […]

Loading...