ບັນດາຜູ້ນຳຈາກທົ່ວໂລກຈະເຂົ້າຮ່ວມກອງປະຊຸມສຸດຍອດໂພຊະນາການເພື່ອການຈະເລີນເຕີບໂຕ 2021. ກອງປະຊຸມສຸດຍອດຈະຈັດຂຶ້ນໃນວັນທີ 7-8 ທັນວາ 2021 ແລະ ເປັນເຈົ້າພາບໂດຍປະເທດຍີ່ປຸ່ນ. ທ່ານສາມາດຮັບຊົມການຖ່າຍທອດສົດກອງປະຊຸມສຸດຍອດດັ່ງກ່າວໄດ້ທາງ Youtube. ທ່ານສາມາດຕິດຕາມລິ້ງນີ້ ສຳລັບການຖ່າຍທອດສົດ ແລະ ລາຍລະອຽດຕ່າງໆ.
SUN CSA ລາວໄດ້ໃຫ້ຄຳໝັ້ນສັນຍາຕໍ່ກອງປະຊຸມສຸດຍອດ ໃນການສະໜັບສະໜູນລັດຖະບານລາວເພື່ອປະຕິບັດແຜນຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ ປີ 2021-2025 (NPAN). ພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະປັບປຸງໂພຊະນາການໃນ ສປປ ລາວ ໂດຍສຸມໃສ່ບັນດາຂົງເຂດສຳຄັນດັ່ງນີ້:
- ສະໜັບສະໜູນການຈັດຕັ້ງປະຕິບັດດຳລັດແຫ່ງຊາດ ກ່ຽວກັບຜະລິດຕະພັນທົດແທນນໍ້ານົມແມ່ ຢູ່ໃນ 8 ແຂວງ.
- ເພີ່ມກິດຈະກຳດ້ານວຽກງານການສື່ສານເພື່ອການປ່ຽນແປງພຶດຕິກຳຂອງຊຸມຊົນ (SBCC) ຢູ່ໃນ 15 ແຂວງ.
- ສະໜັບສະໜູນການເຜີຍແຜ່ວຽກງານນໍ້າ, ສຸຂະອະນາໄມ ແລະ ສຸຂາພິບານ (WASH) ເພື່ອແນໃສ່ເປົ້າໝາຍການເປັນບ້ານ ແລະ ເມືອງປອດການຖ່າຍຊະຊາຍຢູ່ໃນ 10 ແຂວງ.
- ເພີ່ມຄວາມສະເໝີພາບທາງເພດດ້ານໂພຊະນາການ ໂດຍການສະໜັບສະໜູນການວາງແຜນທີ່ດີຂຶ້ນ ແລະ ຫຼຸດຜ່ອນອຸປະສັກຂອງຄວາມສະເໝີພາບທາງເພດ ໃນການບໍລິການ ແລະ ກິດຈະກຳດ້ານໂພຊະນາການ.
ເປົ້າໝາຍຄຳໝັ້ນສັນຍາຂອງ SUN CSA ລາວ ມີລາຍລະອຽດດັ່ງລຸ່ມນີ້:
ເປົ້າໝາຍທີ 1: SUN CSA ສະໜັບສະໜູນລັດຖະບານລາວໃນການເຜີຍແຜ່ ແລະ ສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບດຳລັດແຫ່ງຊາດວ່າດ້ວຍຜະລິດຕະພັນທົດແທນນໍ້ານົມແມ່ ຢູ່ໃນ 8 ແຂວງເປັນຢ່າງໜ້ອຍ.
ແຜນປະຕິບັດງານ: ບັນດາອົງກອນສະມາຊິກຂອງ SUN CSA ຈັດຕັ້ງກິດຈະກຳເຜີຍແຜ່ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ ພາກລັດ, ເອກະຊົນ ແລະ ປະຊາຊົນ ຢູ່ໃນ 8 ແຂວງເປັນຢ່າງໜ້ອຍ, ລວມເຖິງທົ່ວປະເທດໂດຍຜ່ານສື່ສັງຄົມອອນໄລນ໌. ອົງກອນສະມາຊິກ SUN CSA ສະໜັບສະໜູນໃນການຕິດຕາມການຈັດຕັ້ງປະຕິບັດດຳລັດດັ່ງກ່າວຢ່າງຕໍ່ເນື່ຶອງ.
ເປົ້າໝາຍທີ 2: ບັນລຸໂພຊະນາການທີ່ດີຂຶ້ນໃນປະເທດລາວພາຍໃນປີ 2025 ໂດຍການສະໜັບສະໜູນລັດຖະບານເພື່ອບັນລຸເປົ້າໝາຍຂອງ NPAN 2021-2025, ໂດຍສະເພາະແມ່ນວຽກງານການສື່ສານເພື່ອການປ່ຽນແປງຂອງຊຸມຊົນ (SBCC), ການຢຸດຕິການຖ່າຍຊະຊາຍ (ODF) ແລະ ຄວາມສະເໝີພາບທາງເພດໃນດ້ານໂພຊະນາການ ຢູ່ບັນດາແຂວງເປົ້າໝາຍ.
ແຜນປະຕິບັດງານ:
- ສະໜັບສະໜູນເປົ້າໝາຍ SBCC ຂອງລັດຖະບານລາວ ໂດຍການ:
ກ. ຈັດຕັ້ງປະຕິບັດກິດຈະກຳ SBCC ຢູ່ໃນ 15 ແຂວງເປັນຢ່າງໜ້ອຍ ເພື່ອສະໜັບສະໜູນໃຫ້ເກີດການປ່ຽນແປງພືດຕິກຳດ້ານໂພຊະນາການໃນະດັບຊຸມຊົນ.
ຂ. ເຂົ້າຮ່ວມໃນຄະນະສະເພາະກິດວຽກງານ SBCC ດ້ານໂພຊະນາການ.
- ສະໜັບສະໜູນເປົ້າໝາຍວຽກງານການຢຸດຕິການຖ່າຍຊະຊາຍ ໂດຍການ:
ກ. ຈັດຕັ້ງປະຕິບັດກິດຈະກຳກ່ຽວກັບວຽກງານການຢຸດຕິການຖ່າຍຊະຊາຍ ແລະ WASH ຢູ່ໃນ 10 ແຂວງ ພາຍໃນປີ 2025.
ຂ. ມີສ່ວນຮ່ວມໃນການດຳເນິີນການເພື່ອບັນລຸການຢຸດຕະການຖ່າຍຊະຊາຍໃຫ້ໄດ້ກ່ອນປີ 2825.
- ສະໜັບສະໜູນຄວາມສະເໝີພາບທາງເພດ ໃນແຜນງານ ແລະ ການຈັດຕັ້ງປະຕິບັດວຽກໂພຊະນາການ.
ກ. ສະໜັບສະໜູນໃຫ້ມີການລວມເອົາວຽກງານການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນແຜນພັດທະນາຂອງແຂວງ – ເຊັ່ນ: ແຜນພັດທະນາກ່ຽວກັບວຽກງານ ການຮັກສາສຸຂະພາບໄວຈະເລີນພັນ ແລະ ສຸຂະພາບແມ່ ແລະ ເດັກ (RMNCH) ຂອງຫ້ອງການສາທາລະນະສຸກເມືອງ.
ຂ. ສະໜັບສະໜູນການຫຼຸດຜອນອຸປະສັກຂອງຄວາມສະເໝີພາບທາງເພດ ເພື່ອໃຫ້ມາມາດເຂົ້າເຖິງການບໍລິການດ້ານ RMNCH ແລະ ໂພຊະນາການ ໂດຍຜ່ານກິດຈະກຳ SBCC.
ພວກເຮົາມາຮ່ວມກັນປັບປຸງໂພຊະນາການໃນປະເທດລາວ!