ຂໍສະແດງຄວາມຍິນດີກັບ ALiSEA ສໍາລັບຜົນສໍາເລັດຂອງກອງປະຊຸມໃຫຍ່ 2024 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ພະຈິກ ທີ່ໂຮງແຮມດອນຈັນພາເລດ! ຄວາມຄືບໜ້າ ແລະ ຄວາມຄິດລິເລີ່ມທີ່ໄດ້ແບ່ງປັນໃນລະຫວ່າງກອງປະຊຸມ ແມ່ນໄດ້ສົ່ງຜົນກະທົບຢ່າງແທ້ຈິງຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຜ່ານການສົ່ງເສີມລະບົບນິເວດກະສິກໍາ
SUN CSA ລາວ ມີຄວາມພາກພູມໃຈທີ່ຈະສືບຕໍ່ຮ່ວມມືກັບ ALiSEA ໃນການພັດທະນາການກະສິກຳແບບຍືນຍົງ, ການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ເພື່ອສຸຂະພາບທີ່ດີ ແລະ ຄວາມຍືດຍຸ່ນໃນອະນາຄົດ.