ວັນແລກປ່ຽນການຄົ້ນຄວ້າກ່ຽວກັບວຽກງານສຸຂະພາບ ແລະ ໂພຊະນາການ + ກອງປະຊຸມວຽກງານສະໜັບສະໜູນ
ວັນທີ: ວັນພຸດ ທີ່ 28 ສິງຫາ 2024
ເວລາ: 8:00 – 15:00
ສະຖາທີ: ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌
ກອງປະຊຸມໃນພາກເຊົ້າຈະເປັນພາກຂອງການແລກປ່ຽນຄົ້ນຄວ້າ ແລະ ພາກບາຍຈະເປັນວຽກງານສະໜັບສະໜູນໂພຊະນາການຂອງ SUN CSA.
ກອງປະຊຸມການແລກປ່ຽນຄົ້ນຄວ້າວຽກງານສຸຂະພາບ ແລະ ໂພຊະນາການຂອງ SUN CSA ຈະເປັນການຄົ້ນຄວ້າວິໄຈດ້ານສຸຂະພາບ ແລະ ໂພຊະນາການທີ່ມີຢູ່, ພ້ອມທັງປຶກສາຫາລືກ່ຽວກັບຄວາມຕ້ອງການຂອງໂຄງການຂອງທ່ານທີ່ກ່ຽວຂ້ອງກັບການຄົ້ນຄວ້າໂພຊະນາການ. ພວກເຮົາຈະທົບທວນວາລະການຄົ້ນຄວ້າໂພຊະນາການແຫ່ງຊາດ ແລະ ເຊື່ອມໂຍງ CSO ແລະ INGO ເຂົ້າກັບນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າລະດັບຊາດ.
ກອງປະຊຸມວຽກງານສະໜັບສະໜູນຂອງ SUN CSA ຈະທົບທວນຄວາມພະຍາຍາມໃນການສະໜັບສະໜູນໃນປະຈຸບັນ ແລະ ພັດທະນາການປະຕິບັດສໍາຫຼັບ 6 – 12 ເດືອນຕໍ່ໜ້າ. ໃນນີ້ລວມທັງບັນດາຫົວຂໍ້ຕໍ່ໄປນີ້:
- ການຄໍ້າປະກັນດ້ານສະບຽງອາຫານ
- ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ
- ການເຜີຍແຜ່ລໍາດັດ BMS
- ການສົ່ງເສີມກາານລ້ຽງລູກດ່ວຍນົມແມ່ນໃນສະຖານທີ່ເຮັດວຽກ
- ການປະກາດການຢຸດຕິການຖ່າຍຊະຊາຍ
- ຫົວຂໍ້ການສະໜັບສະໜຸນອື່ນໆ ທີ່ທາງອົງກອນຂອງການສຸມໃສ