ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມ ຄະນະກຳມາທິການແຫ່ງຊາດກ່ຽວກັບ ຍຸດທະສາດປະຕິຮູບສາທາລະນະສຸກ, 19 ທັນວາ 2017

ກອງປະຊຸມ ຄະນະກຳມາທິການແຫ່ງຊາດກ່ຽວກັບ ຍຸດທະສາດປະຕິຮູບສາທາລະນະສຸກ, 19 ທັນວາ 2017

ກອງ​ປະ​ຊຸມ ຄະນະກຳມາທິການແຫ່ງຊາດ ກ່ຽວ​ກັບ​ຍຸດ​ທະ​ສາດປະຕິຮູບສາທາລະນະສຸກ ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 19 ທັນ​ວາ 2017 ທີ່​ໂຮງ​ແຮມ ຄຼາວ​ພລາ​ຊາ ພາຍ​ໃຕ້​ການ​ເປັນປະ​ທານ​ຂອງ​ທ່ານ ຮ​ສ, ດ​ຣ. ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮອງ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ຍຸດ​ທະ​ສາດ ປະ​ຕິ​ຮູບ​ສາ​ທາ​ລະ​ນະ​ສຸກ ໂດຍ​ມີ​ບັນ​ດາ​ທ່ານ​ຄະ​ນະ​ກໍ​າ​ມາ​ທິ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ປະ​ຕິ​ຮູບ​ສາ​ທາ​ລະ​ນະ​ສຸກ ຈາກ​ບັນ​ດາ​ກະ​ຊວງ​ອ້ອມ​ຂ້າງ​ສູນ​ກາງ​ເຂົ້າ​ຮ່ວມຢ່າງ​ພ້ອມ​ພຽງ.

 

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ເພື່ອ​ລາຍ​ງານ ຜົນ​ຂອງ​ການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ຍຸດ​ທະ​ສາດ​ສາ​ທາ​ລະ​ນ​ະສຸກ ​ໄລ​ຍະ​ I (2013 – 2015) ແລະ ຜ່ານ​ແຜນ​ຍຸດ​ທະ​ສາດ​ສາ​ທາ​ລະ​ນະ​ສຸກ ໄລ​ຍະ​ທີ II (2016 – 2020) ເພື່ອ​ຂໍ​ທິດ​ຊີ້​ນຳໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສາ​ທາ​ລະ​ນ​ະ​ສຸກ ໄລ​ຍະ​ທີ II ຕາມ 5 ຂົງ​ເຂດ​ບູ​ລິ​ມະ​ສິດ​ການ​ປະ​ຕິ​ຮູບ​ສາ​ທາ​ລະ​ນະ​ສຸກ ໃຫ້​ໄດ້​ຮັບ​ຜົນ​ດີ, ສາ​ມາດ​ບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​ຕ່າງໆ​​ທີ່​ໄດ້​ວາງ​ໄວ້ ໂດຍ​ສະ​ເພາະ​ການຫຼຸດ​ຜ່ອນ​ອັດ​ຕາ​ການ​ຕາຍ​ຂອ​ແມ່, ຂອງ​ເດັກ​ລຸ່ມ 1 ປີ, ລຸ່ມ 5 ປີ, ຫຼຸດ​ຜ່ອນ​ພາ​ວະ​ເດັກ​ລຸ່ມ 5 ປີ ທີ່​ຂາດ​ອາ​ຫານ, ປັບປຸງ ແລະ ຂະ​ຫຍາຍ​ອັດ​ຕາ​ການ​ຊົມ​ໃຊ້​ນ້ຳສະ​ອາດ, ອັດ​ຕາ​ສ່ວນ​ຄອບ​ຄົບ​ທີ່​ຊົມ​ໃຊ້​ວິດ​ຖ່າຍ, ເພີ້ມ​ອັດ​ຕາ​ສ່ວນ​ສັກ​ຢາ​ກັນ​ພະ​ຍ​າດ​ໃນ​ແມ່​ຍິງ ແລະ ເດັກ​ນ້ອຍ, ຂະ​ຫຍາຍ​ອັດ​ຕາ​ການ​ປົກ​ຄ​ຸມ​ດ້ວຍກອງ​ທຶນ​ປະ​ກັນ​ສຸ​ຂະ​ພາບ (ກວສ) ​ແຫ່ງ​ຊາດ​ໃຫ້​​ໄດ້​ປະ​ຊາ​ກອນ​ສ່ວນ​ໃຫ່​ຍ​ຂອງ​ປະ​ຊາ​ກອນ ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ໄດ້​ເຂົ້າ​ເຖິງການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ຄຸນ​ນະ​ພາບ, ຍຸດ​ທິ​ທຳ ແລະ ເປັນ​ທຳ.

 

Loading...