ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • SUN CSA ສະຫຼຸບຜົນກະທົບປະຈໍາປີ 2023

SUN CSA ສະຫຼຸບຜົນກະທົບປະຈໍາປີ 2023

ອົງກອນສະມາຊິກ SUN CSA ລາວ ຮ່ວມກັນປັບປຸງໂພຊະນາການໃນປີ 2023!

ປີນີ້ຖືເປັນປີທີ່ມີໝາກຜົນຫຼາຍ, ອົງກອນສະມາຊິກ SUN CSA ລາວ ໄດ້ໃຫ້ການຊ່ວຍເຫຼືອໂດຍກົງແກ່ປະຊາຊົນຫຼາຍກວ່າ 1.7 ລ້ານຄົນໃນ 18 ແຂວງ ໃນປີ 2023 ໃນການປັບປຸງໂພຊະນາການຂອງເຂົາເຈົ້າ ໂດຍຜ່ານວຽກງານສາທາ; ສຶກສາ; ນໍ້າ, ສຸຂະພິບານ ແລະ ອະນາໄມ; ກະສິກຳ; ບົດບາດຍິງ-ຊາຍ; ຊີວິດການເປັນຢູ່; ສິ່ງແວດລ້ອມ ແລະ ການປົກຄອງ. ບັນດາອົງການຈັດຕັ້ງທາງສັງຄົມຂອງພວກເຮົາໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການໂພຊະນາການ 109 ໂຄງການ ເພື່ອສະໜັບສະໜູນ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ (NPAN) 2021-2025..

ໃນໄລຍະປີ 2023, ສະມາຊິກ SUN CSA ລາວ ໄດ້ຈັດຕັ້ງປະຕິບັດ 88 ກິດຈະກຳຮ່ວມ ໂດຍຜ່ານເຄືອຂ່າຍ SUN CSA ເພື່ອສົ່ງເສີມໂພຊະນາການ (ສະເລ່ຍແມ່ນ 7 ກິດຈະກຳຕໍ່ເດືອນ), ປະກອບດ້ວຍ 23 ກິດຈະກຳກ່ຽວກັບການຮຽນຮູ້, 35 ກິດຈະກຳດ້ານການປະສານງານ ແລະ 30 ກິດຈະກຳວຽກງານສະໜັບສະໜູນ.

ສຳລັບວຽກງານສະໜັບສະໜູນຂອງພວກເຮົາໃນປີນີ້ແມ່ນມີຄວາມເຂັ້ມແຂງຫຼາຍ. ພວກເຮົາສືບຕໍ່ສະໜັບສະໜູນວຽກງານຄໍ້າປະກັນສະບຽງອາຫານໂດຍການດຳເນີນ ການຄົ້ນຄວ້າຮ່ວມໃນຫົວຂໍ້ການຄໍ້າປະກັນສະບຽງອາຫານ ແລະ ອັດາເງິນເຟີ້. ການຄົ້ນຄວ້າດັ່ງກ່າວແມ່ນດຳເນີນໂດຍ 11 ອົງກອນສະມາຊິກ ໃນຂອບເຂດ 14 ແຂວງ ແລະ ຊ່ວຍໃຫ້ເຫັນໄດ້ເຖິງສິ່ງທ້າທາຍດ້ານການຄໍ້າປະກັນສະບຽງອາຫານ ທີ່ຫຼາຍຄອບຄົວໃນລາວປະເຊີນຢູ່. ພວກເຮົາໄດ້ເປີດໃຫ້ມີການເຂົ້າເຖິງ ຂໍ້ມູນຂ່າວສານກ່ຽວກັບການຄໍ້າປະກັນສະບຽງອາຫານຂອງຄົວເຮືອນໃນລາວ ທີ່ໄດ້ສັງລວມໄວ້ຢູ່ເທິງເວັບໄຊທ໌ຂອງພວກເຮົາຕົວສັງລວມຂໍ້ມູນຂ່າວສານ.

ພວກເຮົາສືບຕໍ່ສະໜັບສະໜູນວຽກງານການລ້ຽງລູກດ້ວຍນໍ້ານົມແມ່ ໃນປີ 2023 ຊຶ່ງເຫັນໄດ້ວ່າຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບດຳລັດຜະລິດຕະພັນທົດແທນນໍ້ານົມແມ່ແມ່ນເພີ່ມຂຶ້ນ. ພວກເຮົາໄດ້ເປີດໂຕ ໜ້າຂໍ້ມູນກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ເທິງເວັບໄຊທ໌ ຊຶ່ງໄດ້ສັງລວມເຄື່ອງມື ແລະ ຂໍ້ມູນຂ່າວສານສຳລັບຜູ້ຈັດຕັ້ງປະຕິບັດ. ໂດຍຜ່ານການເຮັດວຽກເພື່ອສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ເຫັນວ່າ ນະໂຍບາຍການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກໄດ້ຮັບການປັບປູງດີຂຶ້ນ 16%, ຄວາມຮັບຮູ້ ແລະ ເຂົ້າໃຈຂອງພະນັກງານກ່ຽວກັບນະໂຍບາຍການລ້ຽລູກດ້ວຍນໍ້ານົມແມ່ເພີ່ມຂຶ້ນ 20% ແລະ ການລ້ຽງລູກດ້ວນໍ້ານົມແມ່ຢູ່ບ່ອນເຮັດວຽກເພີ່ມຂຶ້ນ 15%. ມີ 30 ອົງກອນໄດ້ເຂົ້າຮ່ວມເພື່ອຮັບລາງວັນການເປັນອົງກອນທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ ໃນເດືອນສິງຫາ 2023 ແລະ ພວກເຮົາໄດ້ວາງແຜນເພື່ອທີ່ຈະສາມາດເຂົ້າເຖິງທົ່ວປະເທດໄດ້ຫຼາຍຂຶ້ນໃນປີ 2024.

ອົງກອນສະມາຊິກ SUN CSA ຍັງໄດ້ເຮັດວຽກສະໜັບສະໜູນທີ່ສ້າງຜົນກະທົບທີ່ສຳຄັນທີ່ກ່ຽວຂ້ອງກັບ ວຽກງານນະວັດຕະກຳດ້ານກະສິກຳທີ່ຊານສະຫຼາດຕໍ່ສະພາບອາກາດ, ການຄົ້ນຄ້ວາດ້ານໂພຊະນາການ ແລະ ການເພີ່ມຂຶ້ນຂອງຈຳນວນເມືອງຢຸດຕິການຖ່າຍຊະຊາຍ ໃນທົ່ວປະເທດ.

ພວກເຮົາໄດ້ແລກປ່ຽນຄວາມຮູ້ດ້ານໂພຊະນາການໃນທົ່ວປະເທດ ໄດ້ຫຼາຍກວ່າທີ່ຜ່ານມາ. ເວັບໄຊທ໌ຂອງພວກເຮົາມີຄົນເຂົ້າຢ້ຽມຊົມເຖິງ 12,000 ຄັ້ງໃນປີນີ້ ແລະ ມີຂໍ້ມູນໂພຊະນາການໃໝ່ຫຼາຍກວ່າ 697 ລາຍການ ຢູ່ໃນຫໍລະໝຸດອອນໄລນ໌ໃນເວັບໄຊທ໌ຂອງພວກເຮົາ, (ພາສາລາວ 330 ສະບັບ, ພາສາອັງກິດ 367 ສະບັບ), ຊຶ່ງລວມມີເອກະສານໃໝ່ 106 ລາຍການ ແລະ ວີດີໂອໃໝ່ 67 ລາຍການ. ພວກເຮົາໄດ້ເປີດໂຕ ໜ້າໂຄງການໂພຊະນາການໃນລາວ ທີ່ໃນປັດຈຸບັນມີຊັບພະຍາກອນຈາກ 4 ໂຄງການ ແລະ 3 ວຽກງານສະໜັບສະໜູນ.  ເຟສ໌ບຸກຂອງພວກເຮົາ ເຂົ້າເຖິງຜູ້ຄົນອອນໄລນ໌ໃນປະເທດລາວຫຼາຍກວ່າ 620,000 ຄົນ ດ້ວຍ 160 ໂພສ໌ ຊຶ່ງລວມມີການສະໜັບສະໜູນວຽກງານຕ່າງໆ, ການອັບເດດກິດຈະກຳ, ວີດີໂອ ແລະ ຂໍ້ມູນຂ່າວສານ. ນອກຈາກນີ້ຍັງມີຜູ້ມີສ່ວນຮ່ວມໃນວຽກງານໂພຊະນາການໃນປະເທດລາວເຖິງ 500 ຄົນ ທີ່ໄດ້ຮັບຈົດໝາຍຂ່າວປະຈຳເດືອນຂອງພວກເຮົາ.

ພວກເຮົາຂໍສະແດງຄວາມຂອບໃຈມາຍັງບັນດາຜູ້ໃຫ້ທຶນ ທີ່ໃຫ້ການສະໜັບສະໜູນແກ່ພວກເຮົາໃນຕະຫຼອດປີນີ້  – ມີທັງໝົດ ຫຼາຍກວ່າ 47 ພາກສ່ວນ! ພວກເຮົາຂໍສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນພາກລັດຖະບານຈາກ ສະຫະພາບເອີຣົບ, ສະຫະລັດອາເມຣິກາ, ອົດສະຕຣາລີ, ເຢຍລະມັນ, ສະວິດເຊີແລນ, ການາດາ, ລຸກຊຳບວກ, ຍີ່ປຸ່ນ, ເກົາຫຼີ ແລະ ໄອແລນ, ຕະຫຼອດເຖິງຜູ້ໃຫ້ທຶນພາກເອກະຊົນຫຼາຍພາກສ່ວນ ແລະ ທຶນທີ່ມາຈາກການຂົນຂວາຍໂດຍອົງກອນເອງ. ຜູ້ໃຫ້ທຶນທຸກພາກສ່ວນທີ່ກ່າວມານັ້ນລ້ວນແຕ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດນີ້ ແລະ ຊ່ວຍອົງການຈັດຕັ້ງທາງສັງຄົມຖືກຮັບຮູ້ໃນ ສປປ ລາວ.

ພວກເຮົາ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມຮ່ວມມືຢ່າງໃກ້ຊິດ, ຊຶ່ງລວມມີ ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງພາຍໃນ, ກະຊວງຍຸຕິທຳ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອີກຫຼາຍໆພາກສ່ວນ. ຖ້າປາສະຈາການເຮັດວຽກ ແລະ ທຸ່ມເທຢ່າງໜັກ ຂອງທຸກພາກສ່ວນທີ່ກ່າວມານັ້ນ, ພວກເຮົາກໍຈະບໍ່ສາມາດສ້າງຜົນກະທົບຮ່ວມກັນໄດ້.

ຂໍຂອບໃຈມາຍັງ ຄະນະບໍລິຫານງານຂອງ SUN CSA ແລະ ກອງເລຂາ ສຳລັບການເຮັດວຽກໃນປີນີ້. ຄວາມພະຍາຍາມຮ່ວມກັນຂອງພວກເຮົາຈະໜ້ອຍລົງ ຫາກປາສະຈາກຄວາມກະຕືລືລົ້ນ ແລະ ການສະໜັບສະໜູນຂອງບຸກຄົນເຫຼົ່ານີ້.

ໃນປີນີ ພວກເຮົາໄດ້ຮ່ວມກັນສ້າງການປ່ຽນແປງທີ່ຍິ່ງໃຫຍ່. ແຕ່ກໍຍັງມີອີກຫຼາຍວຽກທີ່ຈະຕ້ອງໄດ້ເຮັດ, ແຕ່ໃນວາລະສິ້ນສຸດປີ 2023 ພວກເຮົາຢາກຂໍຂອບໃຈມາຍັງທຸກທ່ານທີ່ທຸ້ມເທເຮັດວຽກ ແລະ ນຳມາຊຶ່ງຜົນຮັບທີ່ຍິ່ງໃຫຍ່. ພວກເຮົາມາສືບຕໍ່ແລກປ່ຽນ, ຮຽນຮູ້ ແລະ ເຮັດວຽກຮ່ວມກັນ ເພື່ອໂພຊະນາການທີ່ດີຂຶ້ນໃນທົ່ວປະເທດລາວໃນປີ 2024!

ຕິດຕາມພວກເຮົາໄດ້ທາງ ເຟສ໌ບຸກ, ຢູທູບ, ເວັບໄຊທ໌ ແລະ ຈົດໝາຍຂ່າວປະຈຳເດືອນ ເພື່ອອັບເດດຂໍ້ມູນຂ່າວສານດ້ານໂພຊະນາການ, ບົດຮຽນ ແລະ ຜົນກະທົບ ໃນຕະຫຼອດປີຕໍ່ໄປ. ກະລຸນາຕິດຕໍ່ພວກເຮົາຜ່ານທາງອີເມລ໌ info@suncsalaos.org ຖ້າທ່ານຕ້ອງການຂໍ້ມູນຂ່າວສານດ້ານໂພຊະນາການ ຫຼື ຕ້ອງການຮັບຈົດໝາຍຂ່າວປະຈຳເດືອນຈາກພວກເຮົາ.

SUN CSA Annual Impact Summary 2023

Loading...