ສະບາຍດີອົງກອນສະມາຊິກ SUN CSA,
ຫົວຂໍ້ຂອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ໃນປີ 2023 ແມ່ນ “ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນສະຖານທີ່ເຮັດວຽກ ເພື່ອໃຫ້ການລ້ຽງລູກດ້ວຍນົມແມ່ເປັນໄປໄດ້”. ເພື່ອຊ່ວຍໃຫ້ທຸກຄົນປຶກສາຫາລື ແລະ ສົ່ງເສີມກ່ຽວກັບຫົວຂໍ້ນີ້, ອົງກອນສະມາຊິກ SUN CSA ຮ່ວມກັບ UNICEF ແລະ ລັດຖະບານລາວ ຈະໄດ້ຈັດເວທີປຶກສາຫາລືຂອງ SUN ລາວ ຫົວຂໍ້ ບ່ອນເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ ໃນວັນພຸດທີ 2 ສິງຫາ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌. ຈຸດປະສົງຂອງງານແມ່ນເພື່ອເພື່ອສົ່ງເສີມນະໂຍບາຍລະດັບຊາດກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່, ສົ່ງເສີມ ແລະ ສະໜັບສະໜູນ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ, ແບ່ງປັນແນວທາງການປະຕິບັດ ແລະ ສິ່ງທ້າທາຍຂອງບັນດາອົງກອນ ໃນການຈັດຕັ້ງປະຕິບັດນະໂຍບາຍການລ້ຽງລູກດ້ວຍນໍ່ານົມແມ່ຢູ່ບ່ອນເຮັດວຽກ ແລະ ເພື່ອປັບປຸງການຈັດຕັ້ງປະຕິບັດນະໂຍບາຍການລ້ຽງລູກດ້ວຍນົມແມ່ໃນບ່ອນເຮັດວຽກ.