ຢ່າພາດ! ສໍາລັບທຸກໆທ່ານທີ່ຕ້ອງການເພີ່ມປະສິດທິພາບໃນການເຮັດວຽກໃນອົງກອນຂອງທ່ານ.
ພວກເຮົາ SUN CSA ລາວ ຂໍເຊີນຊວນອົງກອນສະມາຊິກທຸກທ່ານມາເຂົ້າຮ່ວມໃນກິດຈະກໍາເພື່ອນສອນເພື່ອນອອນໄລນ໌ທີ່ຈັດໂດຍຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ (LCCO) ຫົວຂໍ້ທີ 7, ພວກເຮົາຈະໄດ້ຮຽນຮູ້ກ່ຽວກັບການປັບໃຊ້ AI ໃນສະຖານທີ່ເຮັດວຽກ
ກິດຈະກໍາຂອງພວກເຮົາຈະໄດ້ຈັດຂຶ້ນໃນວັນທີ: 14 ກໍລະກົດ 2023 ເວລາ 10:00-12:00, ບັນລະຍາຍເປັນພາສາລາວ ຜ່ານ Zoom application.
ຖ້າທ່ານສົນໃຈເຂົ້າຮ່ວມ ຟຣີ, ກະລຸນາຕິດຕໍ່ຫາ info@suncsalaos.org
ແລ້ວພົບກັນ