ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ກິດຈະກຳ
  • >
  • ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຄັ້ງວັນທີ 20 ມັງກອນ 2023

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຄັ້ງວັນທີ 20 ມັງກອນ 2023

ລັດຖະບານແຫ່ງ ສປປ ລາວ ໄດ້ບັນລຸເຖິງຫຼັກໝາຍສຳຄັນໃໝ່ ດ້ວຍການຮັບຮອງເອົາດຳລັດວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ (BMS) ເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດ. ດຳລັດດັ່ງກ່າວແມ່ນນິຕິກຳແຫ່ງຊາດຊຶ່ງສອດຄ່ອງກັບຂໍ້ແນະນຳ ແລະ ຄຳມຸ່ງໝັ້ນທົ່ວໂລກ ເຊັ່ນ: ປະມວນກົດໝາຍສາກົນວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ ທີ່ຮັບຮອງເອົາຈາກສະພາອະນາໄມໂລກ ໃນປີ 1981. ບາດກ້າວສຳຄັນທີ່ຈຳເປັນຂັ້ນຕໍ່ໄປຕໍ່ການປົກປ້ອງການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນການຮັບປະກັນວ່າ ຜູ້ຜະລິດ, ຜູ້ຈັດຈຳໜ່າຍ, ຜູ້ຂາຍຍ່ອຍ ແລະ ຜູ້ຊ່ຽວຊານດ້ານສາທາລະນະສຸກທຸກຄົນ ຮັບຮູ້ເຖິງບົດບັນຍັດຂອງດຳລັດດັ່ງກ່າວ, ຕິດຕາມກວດກາ ແລະ ບັງ ຄັບໃຊ້ນິຕິກຳດັ່ງກ່າວ. ການນຳສະເໜີໃນເວທີສົນທະນາຄັ້ງນີ້ຈະເນັ້ນໃສ່ ຜົນຂອງການປະເມີນກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນໍ້ານົມແມ່ (BMS) ເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດ ຂອງສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກ, ພວກເຮົາຂໍເຊີນທ່ານເຂົ້າຮ່ວມໃນເວທີສົນທະນາ SUN CSA ໃນວັນສຸກນີ້.

ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.

ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.

ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.

ຖ້າທ່ານໃດຕ້ອງການທີ່ຈະເຂົ້າຮ່ວມກິດຈະກຳແມ່ນສາມາດຂໍລິ້ງເຂົ້າຮ່ວມໄດ້ທີ່ info@suncsalaos.org