ອັບເດດຈາກ SUN CSA ລາວ – ຄວາມຄືບໜ້າໃນໄລຍະເວລາ 3 ເດືອນ!

ອັບເດດຈາກ SUN CSA ລາວ – ຄວາມຄືບໜ້າໃນໄລຍະເວລາ 3 ເດືອນ! ໃນໄລຍະ 3 ເດືອນທີ່ຜ່ານມາ, ອົງກອນສະມາຊິກ SUN CSA ລາວໄດ້ມີສ່ວນຮ່ວມໃນກິດຈະກຳຮ່ວມກັນທັງໝົດ 19 ກິດຈະກຳຮ່ວມ, ຊຶ່ງລວມມີ: • 14 ກອງປະຊຸມປະສານງານ • 5 ກິດຈະກຳສະໜັບສະໜູນ ໃນປີນີ້ພວກເຮົາມີກິດຈະກຳຮ່ວມກັນທັງໝົດ 101 ກິດຈະກຳຮ່ວມ! ໃນໄຕມາດນີ້ ພວກເຮົາໄດ້ທົບທວນທຶນກ່ຽວກັບການເຮັດວຽກສະໜັບສະໜູນພາຍໃຕ້ຫົວຂໍ້ຕ່າງໆຂອງພວກເຮົາ ເພື່ອໃຫມີຄວາມສອດຄ່ອງກັບກິດຈະກຳທັງໃນລະດັບຊາດ ແລະ ສາກົນທີ່ຈະເກີດຂຶ້ນໃນຕໍ່ໜ້ານີ້, ພ້ອມທັງໄດ້ປຶກສາຫາລືກ່ຽວກັບການປັບປຸງແນວທາງການເຮັດວຽກສະໜັບສະໜູນ ແລະ ການສ້າງຂໍ້ຄວາມສະໜັບສະໜູນຂອງພວເຮົາ ໃຫ້ມີຄວາມເຂັ້ມແຂງຂຶ້ນ. ຂໍຂອບໃຈສະມາຊິກທັງໝົດ ສຳລັບຄວາມທຸ່ມເທ ແລະ ມຸ້ງໝັ້ັນຂອງທ່ານ, ໂດຍຮ່ວມກັນ ພວກເຮົາກຳລັງສ້າງການປ່ຽນແປງທີ່ມີຄວາມໝາຍ! ຂໍຂອບໃຈເປັນພິເສດມາຍັງສະມາຊິກທີ່ໄດ້ສະໜອງງົບປະມານ ໃນນັ້ນມີ CARE International in Lao PDR, Plan International Laos, Save the Children […]