ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກິດຈະກຳເພື່ອນສອນເພື່ອນອອນໄລນ໌ ຫົວຂໍ້: ການນຳໃຊ້ AI ໃນສະຖານທີ່ເຮັດວຽກ ຄັ້ງວັນທີ 13 ຕຸລາ 2023

ຂອບໃຈຜູ້ເຂົ້າຮ່ວມ ແລະ ຜູ້ນຳສະເໜີທັງໝົດຫຼາຍກວ່າ 100 ທ່ານ ໃນກິຈະກຳເພື່ອນສອນເພື່ອນຜ່ານທາງອອນໄລນ໌ ທີ່ຈັດຮ່ວມກັນລະຫວ່າງ LCCC ແລະ SUN CSA ລາວ ພາຍໃຕ້ຫົວຂໍ້ ການໃຊ້ AI ໃນສະຖານທີ່ເຮັດວຽກ. AI ຫຼຶ ປັນຍາປະດິດເປັນເຕັກໂນໂລຊີໜຶ່ງທີ່ມະນຸດເຮົາສ້າງຂຶ້ນເພື່ອຄວາມວ່ອງໄວ ແລະ ຖືກຕ້ອງໃນການປະຕິບັດວຽກງານໃດໜຶ່ງ. ໃນຕອນເຊົ້າຂອງມື້ນີ້ຜູ້ນຳພາສົນທະນາໄດ້ອະທິບາຍ ແລະ ສາທິດກ່ຽວກັບເຄືີ່ອງມືນຳໃຊ້ AI ທີ່ໃຊ້ໃນການແປພາສາລາວ-ອັງກິດ, ການຂຽນຈົດໝາຍແນະນຳ (Cover Letter), ໃນການຂຽນຄຳອະທິບາຍໃນ ເຟສ໌ບຸກ, ການປັບຮູບພາບໃຫ້ຄຸນນະພາບດີຂຶ້ນ ແລະ ອື່ນໆ. ເຄື່ອງມືແຕ່ລະປະເພດ ແມ່ນຈະມີການນຳໃຊ້ທີ່ຄ້າຍຄືກັນອີງຕາມຄຳສັ່ງຂອງຜູ້ນຳໃຊ້ເພື່ອໃຫ້ຕອບສະໜອງໃນສິ່ງທີ່ເຮົາຕ້ອງການ. ການຮຽນຮູ້ກ່ຽວກັບ AI ນີ້ບໍ່ໄດ້ມີປະໂຫຍດສະເພາະແຕ່ສຳລັບການເຮັດວຽກເທົ່ານັ້ນ, ແຕ່ຍັງເປັນເຄື່ອງມືທີ່ເຮົາສາມາດນຳໃຊ້ໃນຊີວິດປະຈຳວັນໄດ້ ເຊັ່ນ ການຮຽນໜັງສື, ການເຮັດຄ້າຂາຍ ຫຼື ທຸລະກິດຕ່າງໆ. ຂອບໃຈຜູ້ເຂົ້າຮ່ວມທັງໝົດທຸກພາກສ່ວນທີ່ໄດ້ເຂົ້າມາແບ່ງປັນ ແລະ ມີຄຳຖາມແລກປ່ຽນ, ພວກເຮົາຫວັງວ່າກິດຈະກຳດັ່ງກ່າວຈະເປັນປະໂຫຍດໃຫ້ແກ່ການນຳໃຊ້ເຂົ້າໃນວຽກງານຂອງອົງກອນທ່ານ.

Loading...