ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກິດຈະກຳສົນທະນາປະຈຳວັນສຸກຂອງ SUN CSA ຄັ້ງວັນທີ 29 ກັນຍາ 2023

ເວທີສົນທະນາປະຈຳວັນສຸກຂອງ SUN CSA: ການນຳໃຊ້ລະບົບຂໍ້ມູນຂ່າວສານດ້ານສາທາລະນະສຸກຂັ້ນເມືອງ ສະບັບທີ 2 ວັນທີ: ວັນສຸກ ທີ 29 ກັນຍາ 2023, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ນາງ ພອນສະຫວັນ ໂພທິຈັນ, ຫົວໜ້າໂຄງການ ອົງການຊ່ວຍເຫຼືອເດັກສາກົນປະຈຳລາວ. ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA: ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້. ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ. ຖ້າທ່ານສົນໃຈເຂົ້າຮ່ວມສາມາດຕິດຕໍ່ຫາ info@suncsalaos.org

Loading...