ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ ຄັ້ງວັນທີ 1 ກັນຍາ 2023

ເວທີສົນທະນາປະຈຳວັນສຸກຂອງ SUN CSA: ຜົນການປະເມີນເບື້ອງຕົ້ນຂອງໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ 5 ແຂວງ ຂອງ ສປປ ລາວ. ວັນທີ: ວັນສຸກ ທີ 1 ກັນຍາ 2023, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ພຸດທະສອນ ພິມມະໄກສອນ, ພະນັກງານຄົ້ນຄວ້າ, ຕິດຕາມປະເມີນຜົນ ແລະ ການຮຽນຮູ້, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI. ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ ຜົນການປະເມີນເບື້ອງຕົ້ນ ໂດຍການສໍາຫຼວດຄົວເຮືອນກ່ຽວກັບຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ (KAP), ແລະ ກຸ່ມສົນທະນາ (FGD) ແມ່ນຈະເຮັດໃຫ້ເຮົາຮູ້ເຖິ່ງຂໍ້ມູນຄົວເຮືອນ ແລະ ດ້ານປະຊາກອນ, ການວາງແຜນຄອບຄົວ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ, ສຸຂະພາບແມ່, ສຸຂະພາບເດັກ, ການສື່ສານ, ບົດບາດຍິງ-ຊາຍ ແລະ ສຸຂະພາບຄົນພິການ. ການສຳຫຼວດແມ່ນດຳເນີນຜ່ານໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ 5 ແຂວງ (ຜົ້ງສາລີ, ອຸດົມໄຊ, ສະຫວັນນະເຂດ, ເຊກອງ ແລະ ສາລະວັນ) ຂອງ ສປປ ລາວ ໂດຍ JSI. ທ່ານສາມາດຮຽນຮູ້ເພີ່ມເຕີມ ໂດຍການເຂົ້າຮ່ວມໃນເວທີສົນທະນາອອນໄລນ໌ຂອງ SUN CSA ໃນວັນສຸກນີ້. ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ […]